ສະພາແຫ່ງຊາດກຽກກີສະຖານແລະສະພາຕ່ຳເບລາຣຸດໃຫ້ສັດຕະຍາບັນFTAລະຫວ່າງEAECແລະຫວຽດນາມ

ສະພາແຫ່ງຊາດກຽກກີສະຖານແລະສະພາຕ່ຳເບລາຣຸດໃຫ້ສັດຕະຍາບັນFTAລະຫວ່າງEAECແລະຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 25/05 ສະພາ​ແຫ່າງ​ຊາດ ກຽກກີ​ສະຖານ ​ໄດ້​ຮັບຮອງ​ເອົາກົດໝາຍ​ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ (EAEC) ​ແລະ ຫວຽດນາມ. ຕາມ​ລັດຖະບານ ກຽກກີ​ສະຖານ ​ແລ້ວ, ຜົນ​ສັກສິດ​ຂອງ​ຂໍ້​ຕົກລົງ​ນີ້ ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ເລື່ອງ​ນຳ​ສິນຄ້າ​ເຂົ້າ​ຕະຫລາດ ຫວຽດນາມ. ​ເບິ່ງລວມ​ແລ້ວ, ອັດຕາ​ພາສີ​ນຳ​ເຂົ້າສະ​ເລ່ຍ​ສຳລັບ​ສິນຄ້າ ຫວຽດນາມ ​ແລະ ບັນດາ​ປະ​ເທດ EAEC ຈະ​​ຫລຸດ​ລົງ​ເຖິງ​ປີ 2025 ​ຈາກ 10% ລົງ​ເຫຼືອ​ພຽງ​ແຕ່ 1%. ​ແລະ​ໃນ​ວັນ​ດຽນກັນ, ສະພາ​ຕ່ຳ ​ເບ​ລາຣຸດ ກໍ່​ໃຫ້​ສັດຕະຍາບັນ​ສັນຍາ​ດັ່ງກ່າວ. ຕາມ​ນັ້ນ​ແລ້ວ, ​​ໃນເບື້ອງຕົ້ນ​ຈະຍົກ​ເວັ້ນພາສີ​ປະມານ 60% ບັນຊີ​ລາຍ​ຊື່​ສິນຄ້າ ​ເຊິ່ງບັນດາ​ຝ່າຍ​ພວມ​ແລກປ່ຽນ​ຄ້າ​ຂາຍ. ​ເຖິງ​ປີ 2025, ພາຍຫລັງ​ສິ້ນ​ສຸດ​ໄລຍະ​ຂ້າມ​ຜ່ານ ຈະ​ຍົກ​ເວັ້ນພາສີ​ເກືອບ 90% ບັນດາ​ປະ​ເພດ​ສິນຄ້າ. ຄະນະ​ກຳມະການ​ພົວພັນ​ກັບ​ສາກົນ ​ເບ​ລາຣຸດ ຖື​ວ່າ ການ​ປະຕິບັດ FTA ນີ້ ຈະ​ປະກອບສ່ວນ “ຊຸກຍູ້​ດ້ານການ​ຄ້າ ​ແລະ ການຮ່ວມ​ມື​ເສດຖະກິດ​ຂອງ ​ເບ​ລາຣຸດ ​ແລະ ຫວຽດນາມ, ​ເພີ່ມ​ທະວີ​ທີ່​ຕັ້ງ​ສົ່ງ​ອອກ​ສິນຄ້າ​ຂອງ ​ເບ​ລາຣຸດ ​ເຂົ້າ​ຕະຫລາດ ຫວຽດນາມ ​ແລະ ຫັນ​ການ​ສົ່ງ​ອອກເຂົ້າ ຫວຽດນາມ ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ຍ້ອນ​ການ​ຍົກ​ເວັ້ນບັນດາ​ຮົ້ວ​ກີດຂວາງ. ​ແລກກໍ່ຕາມ​ຄະນະ​ກຳມະການ​ນີ້ ​ເລື່ອງ ຫວຽດນາມ ​ເປັນ​ສະມາຊິກ ອາ​ຊຽນ ຈະ​ຊ່ວຍ​ບັນດາ​ນັກ​ສົ່ງ​ອອກ ​ເບ​ລາຣຸດ ມີ​ແງ່​ຫວັງ​ສຳ​ພັດ​ກັບ​ຕະຫລາດ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ