ສະພາແຫ່ງຊາດຊັກຖານລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຟູງຊວນຍະ

ສະພາແຫ່ງຊາດຊັກຖານລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຟູງຊວນຍະ - ảnh 1
ທ່ານ ຟູ​ງຊວນ​ຍະ ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ

(vovworld) – ​ ມາດ​ຕະການ​ຄຸ້ມ​ຄອງ​ຄຸນ​ນະພາ​ບການ​ສຶກສາ​ມະຫາວິທະຍາ​ໄລ, ຕິດ​ພັນ​ກັບການ​ບຳລຸງ​ສ້າງ​ກັບການວາງ​ແຜນກຳນົດ, ຄາດ​ຄະ​ເນ ​ແລະ ການນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ; ປະຕິບັດ​ການ​ປ່ຽນ​ໃໝ່​ວິທີ​ການ​ສອບເສັງ ​ແລະ ຮັບຮອງ​ເອົາ​ການ​ຮຽນ​ຈົບ​ຕາມ​ທິດກະທັດ​ລັດ; ​ເລື່ອງ​ບຳລຸງ​ສ້າງ​ລູກ​ຫຼານ​ພໍ່​ແມ່​ປະຊາຊົນບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ບັນດາ​ເນື້ອ​ໃນ ​ເຊິ່ງ​​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ ວາງ​ອອກ​ຕໍ່​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ໃນ​ວາລະ​ຊັກ​ຖາມຕອນ​ເຊົ້າ​ວັນ​ທີ 16/11.

        ​ເມື່ອ​ຕອບ​ຄຳ​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບສະພາບ​ນັກ​ສຶກສາ​ບໍ່​ມີ​ວຽກ​ເຮັດ​ງານທຳ​ພາຍຫລັງ​ຮຽນ​ຈົບ ກໍ່​ຄື​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຍັງບໍ່​ທັນ​ຕິດ​ພັນ​ກັບຄວາມ​ຕ້ອງການ​ຂອງ​ຕະຫລາດ, ທ່ານ ຟູ​ງຊວນ​ຍະ ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃຫ້​ຮູ້​ມາດ​ຕະການ​ໃນ​ໄລຍະ​ຈະ​ມາ​ເຖິງ​ວ່າ:

        ທຳ​ອິດ​ຕ້ອງ​ວາງ​ແຜນກຳນົດ​ຕາໜ່າງບັນດາ​ໂຮງຮຽນຄືນ​ໃໝ່ ​ເພື່ອ​ໃຫ້ການ​ສະໜອງ - ຄວາມ​ຕ້ອງການ​ໃກ້​ກັນ. ທີ 2 ​ແມ່ນ​ຮັບປະກັນ​ຄຸນ​ນະພາ​ບບັນດາ​ໂຮງຮຽນ ​ແລະ ບັນດາ​ຂະ​ແໜງ, ​ໃນ​ນັ້ນ​ມີ​ຄູ​ອາຈານ, ພື້ນຖານ​ວັດຖຸ, ການ​ເງິນ. ທີ 3 ​ແມ່ນ​ຕ້ອງ​ຕິດ​ພັນ​ກັບ​ການ​ຄາດ​ຄະ​ເນ, ປະຕິບັດ​​ວຽກ​ງານ​ຄາດ​ຄະ​ເນ​ໃຫ້​ດີ. ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ເພື່ອ​ປະຕິບັດ​ວຽກ​ງານ​ຄາດ​ຄະ​ເນ​ເປັນ​ຢ່າງ​ດີ ຈາກ​ນັ້ນ ຈະ​ມີການວາງ​ແຜນກຳນົດ.

 

 

ຂ່າວ/ບົດ​ອື່ນ