ສະພາແຫ່ງຊາດຊັກຖາມ ທ່ານນາຍົກລັດຖະມົນຕີ

ສະພາແຫ່ງຊາດຊັກຖາມ ທ່ານນາຍົກລັດຖະມົນຕີ - ảnh 1

 (ພາບ: vov)

(vovworld)- ພາຍ​ຫລັງ​ໄດ້​​ເຮັດ​ວຽກ​ເປັນ​ເວລາ 2 ມື້, ວາລະ​ຊັກ​ຖາມ​ຂອງ​ບັນດາ ສສຊ ຕໍ່​ສະມາຊິກ​ລັດຖະບານ 5 ທ່ານ ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 19/11 ດ້ວຍ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ກ່ຽວ​ກັບ​ບັນຫາ​ໜີ້​ສາທາລະນະ ​ແລະ ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ.

  ​ເມື່ອ​ເຕື້ອງ​ເຖິງ​ບັນ​ຫາ​ຄຸ້ມ​ຄອງໜີ້​ສາທາລະນະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ, ນີ້​ແມ່ນ​ບັນຫາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ເປັນ​ພິ​ເສດ​ຈາກ​ພັກ, ປຊຊ. ​ເພື່ອ​ປະຕິ​ບັດ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ, ຫວຽດນາມ ​ເພີ່ມ​ການ​ກູ້​ຢືມ​ໜີ້​ສິນ, ອັນ​ໄດ້​ພາ​ໄປ​ເຖິງ​ໜີ້​ສາທາລະນະ​ເພີ່ມ​ຂຶ້ນ​ໄວ, ຄາດ​ວ່າ ຂຶ້ນ​ເຖິງ 64% ​ໃນ​ທ້າຍ​ປີ 2015. ​​ເຖິງ​ວ່າ, ລະດັບ​ນີ້​ນອນ​ໃນ​ການ​ກຳນົດ​ກໍ່ຕາມ ແຕ່​ຕ້ອງ​ລະມັດລະວັງບໍ່​ກໍ່​ໃຫ້​ເກີດ​ຂາດ​ຄວາມ​ປອດ​ໄພ​ດ້ານ​ການ​ເງິນ​ແຫ່ງ​ຊາດ. ກ່ຽວ​ກັບ​ມາດ​ຕະການ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໃຫ້​ຮູ້​ວ່າ:

   “ລັດຖະບານຈະຄຸ້ມຄອງໜີ້ສາທາລະນະຢ່າງແໜ້ນແຟ້ນ, ​ໂດຍສະເພາະແມ່ນບ້ວງເງິນກູ້ຢືມໃໝ່, ສູ້ຊົນຮອດປີ 2020 ໜີ້ສາທາລະນະຫລຸດລົງເຫຼືອພຽງ 60,2% ຈີດີພີ. ໜີ້ສາທາລະນະນຳໃຊ້ໃຫ້ພຽງແຕ່ການລົງທຶນພັດທະນາ, ການກໍ່ສ້າງບັນດາກິດຈະກຳຈຳເປັນສຳຄັນເທົ່ານັ້ນ. ຕ້ອງເພີ່ມທະວີການຕິດຕາມກວດກາການນຳໃຊ້ທຶນກູ້ຢືມ, ​ເປັນເຈົ້າການສະກັດກັ້ນບັນດາການກະທຳຫຍໍ້ທໍ້, ຮີບເຮັ່ງສ້າງໂຄງປະກອບໜີ້ສາທາລະນະ​​ຄືນໃໝ່
ເມື່ອ​ຕອບ​ຄຳ​ຊັກ​ຖາມ​ຂອງ ສ​ສ​ຊ ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ພັກ ໄດ້​ມີ​ມະ​ຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ, ລັດ​ຖະ​ບານ​ກໍ​ມີ​ແຜນ​ການ, ໂຄງ​ການ​ດຳ​ເນີ​ນ​ງານ ແລະ ໄດ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ເຖິງວ່າ​ບັນ​ລຸ​ໄດ້​ໝາກ​ຜົນ​ຫລາຍ​ຢ່າງ ແຕ່​ຄວນ​ມາ​ນະ​ພະ​ຍາ​ຍາມ​ກວ່າ​ອີກ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ ເລ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ.

ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະ​ຈຸ​ບັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ສຳ​ລັບທຸກ​ປະ​ເທດ, ພວກ​ເຮົາ​ປະ​ຕິ​ບັດ​ຢ​ືດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດຂອງ​ພັກ, ລັດ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​. ສຳ​ລັບ​ຈີນ, ຍາມ​ໃດ​ຫວຽດ​ນາມ​ກໍ​ປາດ​ຖະ​ຫນາດ​ຢາກ​ຈີນ ຮ່ວມ​ມື​ຢ່າງ​ຈິງ​ໃຈ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພ້ອມ​ກັນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຕາມ​ກົດ​ໝາຍ​ສາ​ກົນ, ຕາມ​ຂໍ້​ຕົກ​ລົງ​ທີ່​ການ​ນຳ​ສອງ​ປະ​ເທດ​ໄດ້​ລົງ​ນາມ. ພ​ວ​ກ​ເຮົາ​ທັງ​ຮ່ວມ​ມື, ທັງ​ຕໍ່​ສູ້​ເພື່ອ​ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ, ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຫວຽດ​ນາມ.”

ສະພາແຫ່ງຊາດຊັກຖາມ ທ່ານນາຍົກລັດຖະມົນຕີ - ảnh 2
ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຟ້າມ​ທິ​ຫາຍຈ່​ວຽນ
(ພາບ: nguyentandung.org)

  ກ່ອນໜ້ານັ້ນ, ​ຕອນ​ເຊົ້າ​ວັນ​ທີ 19/11, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ (ສ​ສ​ຊ) ໄດ້​ຊ​ັກ​ຖາມ​ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ກ່ຽວ​ກັບ​ເງີນ​ເດືອນ​ໃນ​ລັດ​ວິ​ສາ​ຫະ​ກິດ, ຫນີ້​ຄ​້າງ​ປະ​ກັນ​ສັງ​ຄົມ, ສະ​ພາບ​​ຫວ່າ​ງ​ງານ, ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ, ສອນ​ວິ​ຊາ​ຊີບ…

        ກ່ຽວ​ກັບ​ບັນ​ຫາ​ເງິນ​ເດືອນ, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ເງິນ​ເດືອນ​ພຽງ​ແຕ່​ຕອບ​ສະ​ຫນອງ 60-70%ລະ​ດັບ​ຄອງ​ຊີບ. ຫວ່າງ​ແລ້ວນີ້ ສະ​ພາ​ແຫ່ງ​ຊາດ ຕົກ​ລົງ​ສະ​ຫງວນ​ງົ​ບ​ປະ​ມານ 11.000 ຕື້​ດົງ ເພື່ອ​ເພີ່ມ​ເງິນ​ເດືອນ​ໃຫ້​ແກ່​ພະ​ນັກ​ງານ, ລັດ​ຖະ​ກອນ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຜູ້​ອອກ​ກິນ​ເບ້ຍ​ບຳ​ນານ​ທີ່​ມີ​ລະ​ດັບ​ເງິນ​ເດືອນ​ຕ່ຳ.

ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ບຳ​ລຸງ​ສ້າງ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ທ່ານ​ນາງຟ້າມ​ທິ​ຫາຍ​ຈ່​ວຽນ  ເນັ້​ນ​ຫນັກ​ວ່າ: ນີ້​ແມ່ນ​ເນື້ອ​ໃນ​ໃຫຍ່, ເພາະ​ສະ​ນັ້ນ ເດືອນ 4/2011 ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຊັນ​ອະ​ນຸ​ມັດ ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ພ້ອມ​ທັງ​ຮອດ​ເດືອນ 7 ໃນ​ປ​ີ​ດຽວ​ກັນ ກໍ​ເຊັນ​ອະ​ນຸ​ມັດ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

        “ໃນ​ການ​ແຜນ​ກຳ​ນົດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ແຈ້ງວ່າ: ຮອດ​ປີ 2015, 55% ຈຳ​ນວນ​ຄົນ​ງານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ, ຮອດ​ປີ 2020​ ແມ່ນ 70%. ໃນ​ຍຸດ​ທະ​ສາດນີ້, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​ ແລະ​ສັງ​ຄົມ ເປັນ​ເສ​ນ​າ​ທິ​ການ​ໃຫ້​ລັດ​ຖະ​ບານ ປະ​ກາດ​ໃຊ້​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສອນ​ວິ​ຊາ​ຊີບ, ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ສອນ​ວິ​ຊາ​ຊີບ​ຕິດ​ພັນ​ກັບ​ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ວິ​ຊາ​ຊີບ, ວາງ​ແຜນ​ບັນ​ດາ​ໂຮງ​ຮຽນ​ມ​ີ​ຄຸນ​ນະ​ພາບ​ສູງ. ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ ໄດ້​ເຫັນ​ດີ​ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃຫມ່​ວຽກ​ງານ​ສອນ​ວິ​ຊາ​ຊີບ, ຈະ​ຊື້​ອຸ​ປະ​ກອນ, ຕຳ​ລາ​ສອນ ແລະ ບຳ​ລ​ຸງ​ສ້າງ​ຄູ​ສອນ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ໄລ​ຍະ​ປະ​ຈຸ​ບັນ.”

ເມື່ອ​ເຕື້ອງ​ເຖິງ​ສະ​ພາບ​ການ​ຄົນ​ງານ​ຕ່າງ​ປະ​ເທດຢູ່ ຫວຽດ​ນາມ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ໃນ​ເວ​ລາ​ມີ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ອັດ​ຕາ​ຊາວ​ໜຸ່ມ​ຮຽນ​ຈົບ​ແຕ່ບໍ່​ທັນ​ມີ​ວຽກ​ເຮັດ​ງານ​ທຳ​ຍັງ​​ຢູ່​ໃນ​ລະ​ດັບສູງນັ້ນ ແຕ່ຍັງ​ມີ​ຄ​ົນ​ງານ​ຕ່າງ​ປະ​ເທດຫຼາຍ​ຄົນ​ເຂົ້າ​ມາ​ເຮັດ​ວຽກ​ຢູ່ ຫວຽດ​ນາມ. ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງ​ປະ​ເທດ​ແລ້ວ, ພຽງ​ແຕ່​ມີ​ຄົນ​ງານ​ທີ່ມີ​ລະ​ດັບ​ວິ​ຊາ​ສະ​ເພາະເຕັກ​ນິກ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ ຢູ່ ຫວຽດ​ນາມ ຈຶ່ງ​ໄດ້​ເຂົ້າ​ເຮັດ​ວຽກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ສະ​ພາບ​ຕົວ​ຈິງ, ຈຳ​ນວນ​ຄົນ​ງານນັ້ນ​ກໍ່​ມີ​ຄົນ​ງານບໍ່​ມີ​ວິ​ຊາ​ສະ​ເພາະ, ຈຳ​ນວນ​ຄົນ​ງານນີ້​ເຂົ້າ ຫວຽດ​ນາມ ຜ່ານ​ການ​ທ່ອງ​ທ່ຽວ. ກະ​ຊວງ​ແຮງ​ງານ,ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຮ່ວມ​ມີ​ກັບ​ກະ​ຊວງ​ຕຳຫຼວດກວດ​ກາ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ ແລະ ​ຈະ​ເນ​ລະ​ທາດເມື່ອ​ເຫັນ​​ວ່າບໍ່​ມີ​ເງື່ອນ​ໄຂ​​ຢ່າງຄົບ​ຖ້ວນ”

        ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ນຳ​ຄົນ​ງານ ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ຕາມ​ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ແລ້ວ, ປີນີ້, ຫວຽດ​ນາມ ຈະ​ລື່ນ​ກາຍ​ຄາດ​ໝາຍ 90.000 ຄົນ. ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຄົນ​ງານ ຫວຽດ​ນາມ ເຮັດ​ວຽກ​ຢູ່​ປະ​ເທດ​ປະ​ຈຳ​ຖີ່ນ​​, ກະ​ຊວງ​ຈະ​ຍູ້​ແຮງ​ເລື່ອງ​ໂຄ​ສະ​ນາ ເຜີຍ​ແຜ່​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ສະ​ເໜີ​ເພີ່ມ​ການ​ປັບ​ໄໝ​ຖ້າ​ຫາກ​ພົບ​ເຫັນ​ກໍ​ລະ​ນີ​ລະ​ເມີດ.
ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີ 2 ທ່ານ

ການ​ຕອບ​ຄຳ​ຊັກ​ຖາມຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ ສົ່ງ ດິງລາ​ທັງ ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11 ​ແລ​ະ ຕອນ​ບ່າຍ​ວັນ​ທີ 18/11 ​ໄດ້​ຮັບຄວາມ​ເຫັນ​ດີ​​ເຫັນ​ພ້ອມຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ບັນດາ​ຄຳ​ຕ​ອບຂອງ​ທ່ານ​ລັດຖະມົນຕີ​ວ່າການ ດິງລາ​ທັງ ​​ແມ່ນ​ຖືກ​ກັບ​ບັນຫາ​ເຊິ່ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມ​, ​ເນື້ອ​ໃນ​ຄຳ​ຕອບ​ແມ່ນ​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ​​ແກ້​ໄຂ​ຄວາມ​ຂ້ອງ​ໃຈ​ຂອງ​ປະຊາຊົນ​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຟ້າ​ມຮົ່ງ​ເຊືອງ, ຢູ່​ບ້ານ ​ແທງ​ບິ່ງ, ນະຄອນ​ດ່າ​ນັ້ງ ຍົກ​ຄຳ​ເຫັນ​ວ່າ.

        “ວິທີ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ​ວ່າ​ການ ດິງລາ​ທັງ ​ໄດ້​ຕອບ​ສະ​ໜອງ​ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ສົນ​ໃຈ​ຄຳ​ເວົ້າ​ທີ່​ວ່າ ຖ້າ​ໃຫ້​ຄຳ​ໝັ້ນສັນຍາ​​ແມ່ນກໍ່ຕ້ອງ​ປະຕິບັດໃຫ້​ໄດ້. ຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ​ໃນ​ໄລ​ຍະ​ປະຈຸ​ບັນ ​ແມ່​ນ​ເຮັດ​ແນວ​ໃດ​​ໃຫ້ຮັບ​ປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ສະ​ນັ້ນ, ຂ້າພະ​ເຈົ້າສະ​ເໜີກັບທ່ານ​ລັດຖະມົນຕີ​ວ່າການ​ດິງລາ​ທັງ ວ່າ ການ​ພັດທະນາ​​ຄົມມະນາຄົມທັງ​ໝົດ ຕ້ອງເຮັດ​ແນວ​ໃດເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ; ຄຽງ​ຂ້າງ​ນັ້ນ, ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ຂົວ​​ແຂວນ ​ເພື່ອ​ສ້າງ​ຄວາມ​ສະດວກໃຫ້​ປະຊາຊົນ​ເຂດ​ພູດ​ອຍ​ໄປ​ມາເຮັດ​ວຽກ, ຮໍ່າຮຽນ ຈາກ​ນັ້ນຈຶ່ງຈະພັດທະນາ​ໄດ້.”

        ກ່ຽວ​ກັບ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຫງວຽນ​ທິຫາຍ​ຈ່ວຽນ ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເລ​ວັນ​ຮວາ, ຢູ່​ບ້ານ ​​ເຟືອ​ກລອງ, ນະຄອນ​ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ ຖື​ວ່າ.

        “ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ​ໄດ້​ຊີ້​ໃຫ້​ເຫັນ​​ບັນດາ​ສາຍ​ເຫດ​ຂອງສະພາບ​ນັກ​ສຶກສາພາຍຫຼັງຮຽນ​ຈົບ​ບໍ່​ມີ ​ວຽກ​ເຮັດ​ງານ​ທຳ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ​ລັດຖະມົນຕີ​ຄວນຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ສະພາບ​ຂາດ​ ຄວາມ​ດູ​່ນດ່ຽງ​​ໃນການ​ບຳລຸງ​ສ້າງ​ແບບບໍ່​ມີ​ຈຸດ​ສຸມ, ບໍ​່ຖືກ​ກັບຂະ​ແໜງ, ອາຊີບ”.

ຂ່າວ/ບົດ​ອື່ນ