ສະພາແຫ່ງຊາດຊຸດທີ XV ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ

(VOVWORLD) -ປີ 2022, ສະພາແຫ່ງຊາດບັນລຸໄດ້ບັນດາຜົນງານຮອບດ້ານ, ສຳຄັນໃນທຸກຂົງເຂດພໍສົມຄວນ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ…
ສະພາແຫ່ງຊາດຊຸດທີ XV ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ)

        ຕອນເຊົ້າວັນທີ 27 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບບັນດາສະມາຊິກສະພາແຫ່ງຊາດສະເພາະກິດຂັ້ນສູນກາງ; ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບຫ້ອງວ່າການສະພາແຫ່ງຊາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ປີ 2022, ສະພາແຫ່ງຊາດບັນລຸໄດ້ບັນດາຜົນງານຮອບດ້ານ, ສຳຄັນໃນທຸກຂົງເຂດພໍສົມຄວນ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ… ຜົນງານລວມຂອງສະພາແຫ່ງຊາດໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດ ຫວຽດນາມ ໃນປີ 2022.

        “ປີ 2023 ມີຄວາມໝາຍສຳຄັນທີ່ສຸດ. ບັນດາແນວທາງ, ແຜນການເຄື່ອນໄຫວ, ແຜນການໄດ້ຍົກອອກມາ, ຂ້າພະເຈົ້າປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດ; ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບຫ້ອງວ່າການສະພາແຫ່ງຊາດ ຈະສືບຕໍ່ມານະພະຍາຍາມເພື່ອມີບັນດາການປ່ຽນແປງໃໝ່, ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ປະຕິບັດສຳເລັດໜ້າທີ່ຂອງສະພາແຫ່ງຊາດໃຫ້ເປັນຢ່າງດີ; ປະກອບສ່ວນລວມເຂົ້າໃນຜົນສຳເລັດຂອງທັງອາຍຸການ. ພິເສດແມ່ນມຸ່ງໄປເຖິງເຫດການສຳຄັນສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງທົ່ວປະເທດ ເລືອກຕັ້ງສະພາແຫ່ງຊາດຊຸດທຳອິດ”.

ຕອບກັບ

ຂ່າວ/ບົດ​ອື່ນ