ສະພາແຫ່ງຊາດຊຸດໃໝ່ຂອງອີຣານປະຊຸມວາລະທຳອິດ

ສະພາແຫ່ງຊາດຊຸດໃໝ່ຂອງອີຣານປະຊຸມວາລະທຳອິດ - ảnh 1
ສະພາ​ແຫ່ງຊາດ​ຊຸດໃໝ່​ຂອງ ອີຣານ
(ພາບ: TTXVN)

(vovworld) - ວັນ​ທີ 28/05 ສະພາ​ແຫ່ງຊາດ​ຊຸດໃໝ່​ຂອງ ອີຣານ ​ໄດ້​ຈັດວາລະ​ປະຊຸມທຳ​ອິດ​ຢູ່​ນະຄອນຫລວງ Tehran ນັບ​ແຕ່​ພາຍຫລັງ​ບັນດາ​ການ​ເລືອກ​ຕັ້ງ​ສິ້ນ​ສຸດລົງ​​ເມື່ອ​ເດືອນ 4 ຜ່ານ​ມາ. ​ໃນ​ສານ​ສົ່ງ​ເຖິງ​ພິທີ​ໄຂ​ວາລະ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດໃໝ່, ການ​ນຳ​ສູງ​ສຸດ​ຂອງ ອີຣານ, ພະຄະ​ດີ​ນັນ Ali Khamenei ຊົມ​ເຊີຍ​ເລື່ອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອີຣານ ​ຈຳນວນ​ຫລວງຫລາຍ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຜ່ານ​ມາ. ທ່ານ Ali Khamenei ຢືນຢັນ​ວ່າ: 2 ບຸລິມະສິດ​ແຖວ​ໜ້າ ​ເຊິ່ງສະພາ​ແຫ່ງ​ຊາດ​ຄວນ​ພິຈາລະນາ ນັ້ນ​ແມ່ນ​ເພີ່ມ​ທະວີ​ດ້ານເສດຖະກິດ, ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້​ພື້ນຖານ​ວັດທະນະທຳອິດສະ​ລາມ​ເລິກ​ເຊິ່ງກ່ວາ. ສ່ວນ​ທ່ານ ປະທານາທິບໍດີ Hassan Rouhani ​ເນັ້ນ​ໜັກ​ວ່າ: ພາຍຫລັງ​ຂຶ້ນ​ກຳ​ອຳນາດ​ເປັນ​ເວລາ 3 ປີ, ຕະຫລາດ ​ແລະ ​ເສດຖະກິດ ອີຣານ ​ໄດ້​ກາຍ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟິ້​ໄດ້​ຫລຸ​​ດ​ແຕ່ 40% ລົງ​ເຫຼືອພຽງ 10%. ທ່ານ​ປະທານາທິບໍດີ Hassan Rouhani ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບ​ຕໍ່​ເຮັດ​ໃຫ້​ໄພ​ເງິນ​ເຟິ້ຫລຸດ​ລົງ ​ແລະ ສູ້​ຊົນ​​ເພີ່ມ​ລະດັບ​ເຕີບ​ໂຕ​​ເສດຖະກິດ​ຂຶ້ນ​ 5% ​ໃນ​ປີ​ນີ້.

ຂ່າວ/ບົດ​ອື່ນ