ສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ

(VOVWORLD) -  ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ
ສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ - ảnh 1ພາບປະກອບ 

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຊຸດທີ 14, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ກ່ອນທີ່ຈະພິຈາລະນາ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.

        ສະມາຊິກສະພາແຫ່ງຊາດ ສ່ວນຫຼາຍລ້ວນແຕ່ຖືວ່າ ຕ້ອງປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂາຍ ອິນເຕີເນັດ ໂດຍໄວເພື່ອແນໃສ່ປັບປຸງພື້ນຖານນິຕິກຳ ກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດໃຫ້ສົມບູນແບບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາອະທິປະໄຕ, ຜົນປະໂຫຍດ, ຄວາມໝັ້ນຄົງແຫ່ງຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການ, ບຸກຄົນ ເຂົ້າຮ່ວມການເຄື່ອນໄຫວໃນອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ