ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 14, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ ແລະ ປັບປຸງຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍ ພາລະກອນ ແລະ ປຶຶກສາຫາລືຢູ່ຫໍປະຊຸມບາງເນື້ອໃນ ທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍສະບັບນີ້.
ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ - ảnh 1 ທ່ານນາງ ດ່າມທິໝີເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ (ພາບ: quochoi.vn)

        ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ໄດ້ສະເໜີ 11 ນະໂຍບາຍເພື່ອດັດແກ້ບັນດາຂໍ້ຈໍາກັດຂໍ້ຄົງຄ້າງ ຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ເຊິ່ງພວມປະກາດໃຊ້ໃນປັດຈຸບັນ.

        ປຶກສາຫາລືຢູ່ຫໍປະຊຸມ, ບັນດາຜູ້ແທນຖືວ່າ: ຕໍ່ໜ້າສະພາບການໃໝ່, ບັນດາຂໍ້ກໍານົດຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ໄດ້ສະແດງໃຫ້ເຫັນບັນດາຂໍ້ຈໍາກັດຂໍ້ຄົງຄ້າງ, ຈໍາເປັນຕ້ອງໄດ້ປັບປຸງ, ໃນນັ້ນມີວຽກງານການຮັບສະໝັກພະນັກງານລັດຖະກອນ, ໃນນະໂຍບາຍດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ. ທ່ານນາງ ດ່າມທິໝີເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ ຖືວ່າ:

        “ຕາມຂ້າພະເຈົ້າແລ້ວ, ຖ້າຫາກປະຕິບັດວຽກງານນີ້ເປັນຢ່າງດີ ແລະ ຮັບປະກັນການເຄົາລົບຜູ້ທີ່ມີຄວາມເກ່ັງກ້າສາມາດ ຈະດຶງດູດໄດ້ຜູ້ມີຄວາມສາມາດໃນກົງຈັກການຈັດຕັ້ງປະຕິບັດວຽກງານທາງລັດຖະການຂອງປະເທດ. ຄຸນນະພາບຂອງການປະຕິບັດວຽກງານທາງລັດຖະການຂອງປະເທດ ກໍຈະໄດ້ຍົກສູງຂຶ້ນ. ສະນັ້ນ, ຂ້າພະເຈົ້າສະເໜີ ໃຫ້ປັບປຸງເພີ່ມເຕີມກົນໄກຄົ້ນພົບຜູ້ມີຄວາມເກ່ັງກ້າສາມາດ, ກົນໄກຜູກມັດຄວາມຮັບຜິດຊອບ ຜູ້ທີ່ມີຄວາມຮັບຜິດຊອບໃນການປະຕິບັດນະໂຍບາຍຖືວຽກງານຮັບສະໝັກຜູູ້ທີ່ມີຄວາມເກັ່ງກ້າສາມາດເປັນສໍາຄັນ”.

ຕອນບ່າຍວັນທີ 24 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານການກວດກາກ່ຽວກັບແຜນນະໂຍບາຍລົງທຶນໂຄງການທ່າອາກາດສະຍານ ສາກົນ ລອງແທັງ ໄລຍະ ທີ 1. ໂຄງການທ່າອາກາດສະຍານ ສາກົນ ລອງແທັງ ໄດ້ກໍ່ສ້າງຢູ່ ເມືອງ ລອງແທັງ, ແຂວງດົ່ງນາຍ, ລວມມີ 3 ໄລຍະລົງທຶນດ້ວຍເປົ້າໝາຍທີ່ວ່າ ເມື່ອກໍ່ສ້າງສຳເລັດຈະບັນລຸກຳລັງບັນລຸຜູ້ໂດຍສານໄດ້ 100 ລ້ານເທື່ອຄົນ/ປີ ແລະ ຂົນສົ່ງສິນຄ້າ 5 ລ້ານໂຕນ/ປີ. ໃນນັ້ນ, ໄລຍະທີ 1, ມີຍອດເງິນລົງທຶນທັງໝົດເກືອບ 4,8 ຕື້ USD, ສາມາດຕ້ອນຮັບແຂກທ່ອງທ່ຽວໄດ້ 25 ລ້ານເທື່ອຄົນ/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ