ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຄ່າທຳນຽມແລະຄ່າບໍລິການ

ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຄ່າທຳນຽມແລະຄ່າບໍລິການ - ảnh 1
ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ
ຄ່າທຳນຽມ ແລະ ຄ່າ​ບໍລິການ
(ພາບ:VGP/Nhat Bac)

(vovworld) – ​​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13,​ ຕອນ​ເຊົ້າ​ວັນ​ທີ 29/5, ສະພາ​ແຫ່ງ​ຊາດ​ໄດ້​ປຶ​ກສາ​ຫາລື​ຢູ່​ໜ່ວຍ ກ່ຽວ​ກັບ​ຮ່າງກົດໝາຍວ່າ​ດ້ວຍຄ່າ​ທຳນຽມ ​ແລະ ຄ່າ​ບໍລິການ.

      ບັນດາ​ສະມາຊິກ​ຖື​ວ່າ: ບັນຊີ​ລາຍ​ຊື່ຄ່າທຳນຽມ ​ແລະ ຄ່າ​ບໍລິການ ບໍ່​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງອີກ, ຄ່າ​ທຳນຽມ​ບາງ​ຢ່າງໄດ້​ຫັ​​ນເປັນ​ຄ່າ​ບໍລິການ; ຄວນ​ຍົກ​ເລີກຄ່າທຳນຽມ ​ແລະ ຄ່າ​ບໍລິການ​ບາງ​ຢ່າງ ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການໃໝ່,​ ຫລຸດ​ຜ່ອນ​ລະບຽບ​ການ​ບໍລິຫານ ​ແລະ ຄ່າ​ລາຍ​ຮັບ. ລະບອບ​ຄຸ້ມ​ຄອງ​​ລາຍ​ຮັບ​ຈາກຄ່າທຳນຽມ ​ແລະ ຄ່າ​ບໍລິການຍັງຂາດ​ຄວາມ​ເປັນ​​ເອກະ​ພາບຢູ່, ບັນດາ​​ລາຍ​ຮັບ, ລາຍ​ຈ່າຍຈາກ ຄ່າທຳນຽ​ມ ​ແລະ ຄ່າ​ບໍລິການ ບໍ່​ທັນ​​ຖືກຕ້ອງ​ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ;​ ລະບອບ​ການ​ຄຸ້ມ​ຄອງ​ລາຍຮັບ, ລາຍ​ຈ່າຍ ​ແລະ ​ນຳ​ໃຊ້ຄ່າທຳນຽມ​, ​ຄ່າ​ບໍລິການຂາດ​ຄວາມ​ເປັນ​ເອກະ​ພາບ, ການນຳ​ໃຊ້​ຍັງ​ຟຸມ​ເຟືອຍ, ຂາດຄວາມ​​ໂປ່​ງ​ໄສ​, ຍຸຕິ​ທຳ ​ແລະ ປະສິດທິ​ຜົນ. ການ​ປະຕິບັດ​ກົນ​ໄກ​ຕະຫຼາດ ກ່ຽວ​ກັບ​ຄ່າທຳນຽມສຳລັບ​ຄ່າ​ທຳນຽມ​ບາງ​ຢ່າງ​ທີ່ມີ​ລັກສະນະ​ບໍລິການ​​ແມ່ນ​ຍັງຊັກ​ຊ້າ,​ ບໍ່​ທັນ​ຮັບປະກັນ​ຕາມ​ວິວັດທະນາ​ການ​ໄດ້​ເທື່ອ,​ ບັນດາສະມາຊິກ​ສະ​ເໜີ​​ໃຫ້ສະພາ​ແຫ່ງ​ຊາດ ຄວນ​​ກຳນົດ​ບັນຊີ​ລາຍ​ຊື່​ຄ່າ​ທຳນຽມຢ່າງ​ລະອຽດ​ກວ່າ, ​ສ້າງ​ຄວາມ​ສະດວກ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ, ລາຍ​ຈ່າຍ ​ແລະ ການນຳ​ໃຊ້​ຄ່າທຳນຽມ, ຄ່າ​ບໍລິການ.

ຂ່າວ/ບົດ​ອື່ນ