ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະຫນາດກາງແລະນ້ອຍຄັ້ງທີ2

(VOVWORLD) -ຕອນບ່າຍວັນທີ 23 ພຶດສະພາ, ຮ່າງກົດໝາຍຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ ສືບຕໍ່ໄດ້ຮັບການປຶກສາຫາລືເປັນຄັ້ງທີ 2, 

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະຫນາດກາງແລະນ້ອຍຄັ້ງທີ2 - ảnh 1 ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14

ພາບ:zing.vn

ໃນນັ້ນໄດ້ປັບປຸງຕາມທິດຮັບປະກັນເໝາະສົມກັບແຜນນະໂຍບາຍຂອງລັດກ່ຽວກັບການປ່ຽນໃຫມ່ການເຕີບໂຕ, ບໍ່ລະເມີດຫລັກການການຕະຫລາດ, ບໍ່ລະເມີດບັນດາຂໍ້ສັນຍາສາກົນ, ການຫນູນຊ່ວຍຕ້ອງມີການຄັດເລືອກ, ເປັນຈຸດສຸມ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ, ລັກສະນະມີຄວາມເປັນໄປໃນການດຸ່ນດ່ຽງແຫລ່ງກຳລັງເພື່ອຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ. ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຂະຫນາດກາງ ແລະ ນ້ອຍ ພັດທະນາ, ຮ່າງກົດໝາຍ ໄດ້ວາງອອກບັນດາກົນໄກຢ່າງແຮງກວ່າເພື່ອໃຫ້ວິສາຫະກິດຂະຫນາດກາງ ແລະ ນ້ອຍ ສຳຜັດໄດ້ກັບແຫລ່ງທຶນສິນເຊື່ອ. ໃນແຕ່ລະໄລຍະ, ລັດຖະບານ ຕັດສິນນະໂຍບາຍຫນູນຊ່ວຍບັນດາອົງການສິນເຊື່ອເພີ່ມເງິນໃຫ້ກູ້ຢືມສຳລັບວິສາຫະກິດຂະຫນາດກາງ ແລະ ນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ