ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຄວາມເຫຼື້ອມໃສ,ສາສະໜາ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຄວາມເຫຼື້ອມໃສ,ສາສະໜາ - ảnh 1
(ສະພາ​ແຫ່ງ​ຊາດ ຫວຽດນາມ ປຶກສາ​ຫາລືກ່ຽວ​ກັບ​ຮ່າງ
​ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຫຼື້ອມ​ໃສ, ສາສະໜາ)


(vovworld) –​​​ ​ ​​​ ຕອນ​ເຊົ້າ​ວັນ​ທີ 13/11, ສະພາ​ແຫ່ງ​ຊາດ ຫວຽດນາມ ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຫຼື້ອມ​ໃສ, ສາສະໜາ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ເປັນ​ເອກະ​ພາບ​ຖື​ວ່າ: ນີ້​ແມ່ນ​ຈຸດ​ເວລາ​ທີ່​ເໝາະ​ສົມ ​ເພື່ອ​ປະກາດ​ໃຊ້​ກົດໝາຍ​ສະ​ແດງ​ຄວາມ​ເຄົາລົບ​ຂອງ​ລັດ​ສຳລັບ​ສິດ​ເສລີ, ການເຫຼື້ອມ​​​​​​ໃສ, ສາສະໜາຂອງ​ປະຊາຊົນ. ກ່ຽວກັບ​ຂອບ​ເຂດ​ການປັບປຸງ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບຄຳ​ເຫັນ​ວ່າ ​ຄວນປັບປຸງທັງ​ຂົງ​ເຂດການ​​ເຫຼື້ອມ​​​​​​ໃສ ​ໃຫ້​ສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ກ່ຽວ​ກັບ​ສິດ​ເສລີ​​ໃນການ​​ເຫຼື້ອມ​​​​​​ໃສ, ສາສະໜາ, ສ້າງ​ກອບ​ກົດໝາຍ ຢ່າງ​ຄົບ​ຖ້ວນ ​ເພື່ອ​ປະຕິບັດ​ສິດ​ເສລີ​ໃນ​ການ​​ເຫຼື້ອມ​​​​​​ໃສ​ ​ແລະ ກຳນົດ​ທິດ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວເຫຼື້ອມ​​​​​​ໃສ ​ໄດ້​ຮັບ​ການປະຕິບັດ​ຢ່າງ​ປອດ​ໃສ, ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ, ຄຸນສົມບັດ, ວັດທະນະທຳ​ມະນຸດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ຊາດ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ