ສະພາແຫ່ງຊາດປະກາດໝາກຜົນການເລືອກຕັ້ງບາງຕຳແໜ່ງ

ສະພາແຫ່ງຊາດປະກາດໝາກຜົນການເລືອກຕັ້ງບາງຕຳແໜ່ງ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນມອບ​ຊໍ່​ດອກ​ໄມ້
ໃຫ້ຫົວໜ້າ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ
(ພາບອິນເຕີແນັດ)

(vovworld) – ຕອນ​ບ່າຍ​ວັນ​ທີ 5/4, ດ້ວຍຈຳນວນ​ບັດ​ສະໜັບສະໜູນ​ສ່ວນ​ຫຼາຍ, ສະພາ​ແຫ່ງ​ຊາດ​ໄດ້ລົງ​ມະຕິຮັບຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ປະທານ​ສະພາ​ຊົນ​ເຜົ່າ, ຫົວໜ້າ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ ​ແລະ ມະ​ຕິ​ເລືອ​ກຕັ້ງ​ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ. ດ້ວຍ​ຈຳນວນ​ບັດ​ສະ​ໜັບສະ​ໜູນ​ສ່ວນ​ຫຼາຍ, ສະພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງທ່າ​ນ ຮ່າງ​ອກຈ໋ຽນ, ກຳມະການ​ສູນ​ກາ​ງພັກ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ດຳລົງ​ຕຳ​ແໜ່​ງປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ 13, ​ເລືອກ​ຕັ້ງທ່າ​ນນາງ ​ເລ​ທິງາ, ກຳມະການ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ຍຸຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ດຳລົງ​ຕຳ​ແໜ່​ງຫົວໜ້າ​ກຳມາ​ທິການ​ຍຸຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ​ເລືອກ​ຕັ້ງທ່າ​ນ ຫງວຽນ​ດືກຫາຍ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ກຳມາ​ທິການ​ກວດກາ​ສູນ​ກາງ ດຳລົງ​ຕຳ​ແໜ່​ງຫົວໜ້າ​ກຳມາ​ທິການ​ການ​ເງິນ - ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເລືອກ​ຕັ້ງທ່າ​ນ ຫວໍ​ຈ້ອງ​ວຽດ, ພົນ​ໂທ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ດຳລົງ​ຕຳ​ແໜ່​ງຫົວໜ້າ

ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ​ເລືອກ​ຕັ້ງທ່າ​ນນາງ ຫງວຽນ​ແທງ​ຫາຍ, ກຳມະການ​ຄະນະ​ປະຈຳ ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນຂອງ​ສະພາ​ແຫ່ງ​ຊາດ ດຳລົງ​ຕຳ​ແໜ່​ງ​ເປັນ ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ 13; ​ເລືອກ​ຕັ້ງທ່າ​ນນາງ ຫງວຽນ ທູ໋ຍແອ​ງ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ ດຳລົງ​ຕຳ​ແໜ່​ງ​ເປັນ ຫົວໜ້າ​ກຳມາ​ທິການບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ 13.

        ດ້ວຍຈຳ​ນວນບັດ​ສະໜັບສະໜູນ 417/485, ສະພາ​ແຫ່ງ​ຊາດ​ໄດ້ເລືອກ​ຕັ້ງທ່າ​ນ ​ໂຮ່ດຶກ​ເຟີ​ກ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ເງ້ອານ, ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ອົງການ​ກວດ​ສອບ.

        ຖັດຈາກ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ເລືອກ​ຕັ້ງ​ບັນດາ​ຕຳ​ແໜ່​ງດັ່ງກ່າວ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຕາງໜ້າສະພາ​ແຫ່ງ​ຊາດ​ມອບ​ຊໍ່​ດອກ​ໄມ້, ອວຍພອນ​ທ່ານ​ປະທານ​ສະພາ​ຊົນ​ເຜົ່າ, ຫົວໜ້າ​ກຳມາ​ທິການ​ຈຳນວນ​ໜຶ່ງ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ