ສະພາແຫ່ງຊາດສິ້ນສຸດການ ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານ

(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ, ຕອນເຊົ້າວັນທີ 2 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສິ້ນສຸດວາລະປຶກສາຫາລື ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2018 ແລະ ແຜນການການເງິນ - ງົບປະມານແຫ່ງລັດ 3 ປີ ຄືແຕ່ປີ 2018 – 2020.
ສະພາແຫ່ງຊາດສິ້ນສຸດການ ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານ - ảnh 1 ພາບປະກອບ

        ສສຊ ສ່ວນຫຼາຍໄດ້ເຫັນດີເຫັນພ້ອມ, ເຊື່ອໝັ້ນການເຕີບໂຕເສດຖະກິດ GDP ປີ 2017 ແມ່ນຈະບັນລຸໄດ້ລະດັບ 6,7% ຄືຄາດໝາຍທີ່ສະພາແຫ່ງຊາດໄດ້ວາງອອກ. ບັນດາ ສສຊ ປະກອບຄຳເຫັນວ່າ ລັດຖະບານ ສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບລະບຽບການບໍລິຫານ, ສຸມໃສ່ລົງທຶນເຂົ້າບັນດາໂຄງການຈຸດສຸມ, ປັບປຸງບັນດາໂຄງການລົງທຶນສາທາລະນະ, ປົກປ້ອງ ແລະ ພັດທະນາປ່າ. ທ່ານ ເຈີ່ນແອງຕ໋ວນ, ສສຊ ນະຄອນໂຮ່ຈີມິນ ປະກອບຄຳເຫັນວ່າ:

        “ມາດຕະການຄວນເປັນຈຸດສຸມ, ຂ້າພະເຈົ້າຄິດວ່າຄວນມີໄຫວພິບໃນການຈັດແບ່ງເງິນລົງທຶນ, ດັດປັບທຶນຢູ່ບັນດາໂຄງການທີ່ຊັກຊ້າປ່ອຍເງິນໃຫ້ບັນດາໂຄງການພວມຂາດທຶນທີ່ມີລັກສະນະຈຸດສຸມຢ່າງທັນການ, ພິເສດແມ່ນການພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມຕົວເມືອງ… ທີສອງ, ແມ່ນເພີ່ມທະວີການຈັດແບ່ງການລົງທຶນໃຫ້ບັນດາທ້ອງຖິ່ນ ໃນການຕັດສິນການລົງທຶນ, ສິດອຳນາດອະນຸມັດຜ່ານບັນດາໂຄງການລົງທຶນ, ເປັນເຈົ້າການກ່ວາ ໃນການເສີມຂະຫຍາຍແຫຼ່ງກຳລັງພັດທະນາ.”

ເຂົ້າຮ່ວມວາລະອະພິປາຍ, ຕອບບັນດາບັນຫາ ຊຶ່ງຜູ້ມີສິດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຊີ້ແຈ້ງວ່າ: ລັດຖະບານຢຶດໝັ້ນຄາດໝາຍການເຕີບໂຕເສດຖະກິດປີ 2017 ແມ່ນ 6,7%. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເນັ້ນໜັກວ່າ:

        “ ບົນຈິດໃຈຊີ້ນຳຂອງລັດຖະບານແມ່ນສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ເພື່ອແນໃສ່ລະດົມບັນດາແຫຼ່ງກຳລັງພາຍໃນ ແລະ ພາຍນອກປະເທດໃຫ້ການລົງທຶນພັດທະນາຢ່າງສຸດຂີດ. ພ້ອມກັນນັ້ນ ລັດຖະບານ ແລະ ນາຍົກລັດຖະມົນຕີກໍ່ຮ່ວມເດີນທາງກັບວິສາຫະກິດ, ກັບປະຊາຊົນເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃນການລົງທຶນ, ໃນການຜະລິດດຳເນີນທຸລະກິດ ເພື່ອແນໃສ່ຊຸກຍູ້ການເຕີບໂຕ. ເສດຖະກິດພັດທະນາ ພວກເຮົາຈຶ່ງປະຕິບັດໄດ້ຄາດໝາຍການເຕີບໂຕເສດຖະກິດ ໄປຄຽງຄູ່ກັບການພັດທະນາສັງຄົມ. ດ້ານໜຶ່ງອີກແມ່ນການເຕີບໂຕສູງກ່ວານັ້ນ ຫວຽດນາມ ຈຶ່ງຮັດແຄບຊ່ອງຫວ່າງໄດ້ ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ແລະ ໂລກ.

        ຕອນບ່າຍວັນທີ 02 ພະຈິກ, ສະພາແຫ່ງຊາດຮັບຟັງໃບສະເໜີ, ບົດລາຍງານການກວດກາກ່ຽວກັບເລື່ອງເລື່ອນເວລາຜັນຂະຫຍາຍການນຳໃຊ້ໂຄງການສຶກສາສາມັນ ແລະ ປື້ມຕຳລາຮຽນໃໝ່ ແລະ ປຶກສາຫາລືກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ