ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມແລະງົບປະມານ

(VOVWORLD) -ວັນທີ 1 ພະຈິກ ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2017, ແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2018 ແລະ ແຜນການການເງິນ ງົບປະມານແຫ່ງລັດ ໄລຍະ 3 ປີ ຄືແຕ່ປີ 2018-2020.

ບັນດາສະມາຊິກສະພາແຫ່ງຊາດປະກອບຄຳເຫັນວ່າ ລັດຖະບານ ສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບລະບຽບການບໍລິຫານ, ສຸມໃສ່ການລົງທຶນຂອງລັດເຂົ້າບັນດາໂຄງການຈຸດສຸມ. ທ່ານ ເລກົງເຍື່ອງ, ສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ ບີງດີ້ງ ປະກອບຄຳເຫັນ:

        “ລັດຖະບານ ໄດ້ວາງອອກ 7 ມາດຕະການພັດທະນາເສດຖະກິດສັງຄົມໃຫ້ແກ່ປີ 2018, ຂ້າພະເຈົ້າຂໍເພີ່ມເຕີມມາດຕະການຫນຶ່ງ ນັ້ນແມ່ນ ສຳຜັດ ແລະ ຜັນຂະຫຍາຍການປະຕິວັດວິທະຍາສາດເຕັກໂນໂລຊີ 4.0 ລວມມີ ການສົມທົບກັບເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງລັດກ່ຽວກັບບັນດາຂົງເຂດອຸດສາຫະກຳ, ກະສິກຳ, ບໍລິການເພືື່ອແນໃສ່ສ້າງບາດກ້າວ ບຸກທະລຸ, ຍົກສູງສະມັດຕະພາບ, ຄຸນນະພາບພື້ນຖານເສດຖະກິດນັບແຕ່ປີ 2018 ເປັນຕົ້ນໄປ.”

ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມແລະງົບປະມານ - ảnh 1 ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມແລະງົບປະມານ

ບັນດາສສຊ ສະເຫນີ:  ຄວນເອົາໃຈໃສ່ເປັນພິເສດເຖິງການລົງທຶນເຂົ້າໃນວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ດຳເນີນທຸລະກິດ.

ທີ່ວາລະປຶກສາຫາລື, ທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອະພິປາຍ ແລະ ໃຫ້ຄຳຕອບບາງບັນຫາຂອງຜູ້ມີສິດເລືອກຕັ້ງ ແລະ   ສສຊ ມີຄວາມສົນໃຈ. ທ່ານລັດຖະມົນຕີ ເຈີນຕວນແອງ ໃຫ້ຮູ້ວ່າ:

        “ກ່ຽວກັບອຸດສາຫະກຳຫນູນຊ່ວຍ,ກະຊວງອຸດສາຫະກຳ ການຄ້າ ສືບຕໍ່ສົມທົບກັນພ້ອມກັບບັນດາກະຊວງ, ຂະແຫນງການເພື່ອສ້າງການປະຕິບັດບັນດານະໂຍບາຍຢ່າງຄົບຊຸດ, ນັບທັງດ້ານສິນເຊື່ອກໍຄືບັນດາກົນໄກບຸລິມະສິດກ່ຽວກັບການຖ່າຍທອດເຕັກໂນໂລຊີ, ສຳຜັດກັບເຕັກໂນໂລຊີ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ໃນຂົງເຂດຕຳແຜ່ນຕັດຫຍິບ, ກໍ່ສ້າງບັນດາສູນຕຳແຜ່ນຕັດຫຍິບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ແລະ ຂຸດຄົ້ນບັນດາກາລະໂອກາດຂອງບັນດາສັນຍາການຄ້າເສລີ.”

ຕອບກັບ

ຂ່າວ/ບົດ​ອື່ນ