(vovworld) – ບັນຫາພັດທະນາເສດຖະກິດສັງຄົມ ແມ່ນເນື້ອໃນກວມລວມທີ່ວາລະຊັກຖາມ ແລະ ຕອບຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນຕອນເຊົ້າວັນທີ 17/11, ໃນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 13. ທີ່ວາລະປະຊຸມ, ບັນດາບັນຫາໜີ້ສາທາລະນະ, ການສ້າງອົງປະກອບລັດວິສາຫະກິດຄືນໃໝ່, ການພັດທະນາກະສິກຳແບບຍືນຍົງ, ການປະຕິຮູບລະບຽບການບໍລິຫານ, ການແກ້ໄຂໜີ້ຄ້າງບັນດາບັນຫາທີ່ສະມາຊິກສະພາແຫ່ງຊາດສົນໃຈ. ກ່ຽວກັບບັນຫາໜີ້ສາທາລະນະ, ທ່ານລັດຖະມົນຕີວ່າການກະຊວງການເງິນ ດິງຕຽນຢຸງ ໃຫ້ຮູ້ວ່າ, ສະພາບໜີ້ສາທາລະນະພວມຢູ່ໃນລະດັບສູງ, ລະດັບເພີ່ມຂຶ້ນຢ່າງໄວ, ຕ້ອງຫຼຸດຜ່ອນໜີ້ສາທາລະນະລົງໃນລະດັບ 58,5% ຮອດປີ 2020. ສຳລັບເລື່ອງຫັນລັດວິສາຫະກິດເປັນຫຸ້ນສ່ວນ, ທ່ານລັດຖະມົນຕີ ດິງຕຽນຢຸງ ໃຫ້ຮູ້ວ່າ, ແຜນການໃນໄລຍະ 2011 – 2015 ແມ່ນຫັນ 538 ວິສາຫະກິດເປັນຫຸ້ນສ່ວນ. ມາຮອດປະຈຸບັນໄດ້ບັນລຸໄດ້ 76% ແລ້ວ, ຄາດວ່າ, ຮອດທ້າຍປີ 2015 ຈະບັນລຸໄດ້ 90% ຂອງແຜນການ.
ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ຕອບຄຳຊັກຖາມ ກ່ຽວກັບບັນຫາຮ່ວມສຳພັນຜະລິດຕໍ່ດຳເນີນທຸລະກິດໃນກະສິກຳ, ສະພາບການພັດທະນາຊົນນະບົດໃໝ່, ຄວາມຫຍຸ້ງຍາກ ແລະ ຄວາມສະດວກສຳລັບຂະແໜງກະສິກຳ ເມື່ອຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າສາກົນ.
ໃນຂົງເຂດກໍ່ສ້າງ, ທ່ານລັດຖະມົນຕີວ່າການກະຊວງກໍ່ສ້າງ ຈິ້ງດິງຢຸງ ໄດ້ອະພິປາຍກ່ຽວກັບສະພາບຕະຫຼາດອະສັງຫາລິມະຊັບ, ການວາງແຜນຜັງເມືອງ. ທ່ານລັດຖະມົນຕີ ຈິ້ງດິງຢຸງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຕະຫຼາດອະສັງຫາລິມະຊັບໄດ້ຟື້ນຟູຢ່າງຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕເສດຖະກິດ ແລະ ແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມໃຫ້ປະຊາຊົນ. ກ່ຽວກັບບັນດາມາດຕະການແກ້ໄຂຕະຫຼາດອະສັງຫາລິມະຊັບ, ທ່ານລັດຖະມົນຕີ ຈິ້ງດິງຢຸງ ໃຫ້ຮູ້ວ່າ.
“ກ່ອນອື່ນໝົດຕ້ອງປັບປຸງກົດໝາຍທີ່ກ່ຽວຂ້ອງເຖິງການລົງທຶນກໍ່ສ້າງພັດທະນາຕົວເມືອງ ແລະ ບັນດາກົດໝາຍກ່ຽວຂ້ອງເຖິງການພັດທະນາເຮືອນຢູ່ ແລະ ດຳເນີນທຸລະກິດອະສັງຫາລິມະຊັບໃຫ້ສົມບູນແບບ. ທີ 2 ແມ່ນສຸມໃສ່ກວດກາວິວັດການພັດທະນາຕົວເມືອງຕາມແຜນຜັງ ແລະ ແຜນການ. ທີ 3 ແມ່ນຕ້ອງຢືດໝັ້ນການປະຕິບັດບັນດາມາດຕະການກວດກາການພັດທະນາຂອງຕະຫຼາດອະສັງຫາລິມະຊັບ ຕິດພັນກັບຍຸດທະສາດເຮືອນຢູ່ແຫ່ງຊາດ, ໃນນັ້ນສືບຕໍ່ສ້າງໂຄງປະກອບຕະຫຼາດອະສັງຫາລິມະຊັບຄືນໃໝ່”.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສານປະຊາຊົນສູງສຸດ ເຈືອງຮ່ວາບິງ ໄດ້ຕອບຄຳຊັກຖາມກ່ຽວກັບບັນຫາພິພາກສາບັນດາຄະດີທີ່ຕັດສິນລົງໂທດບໍ່ຖືກຕ້ອງ ແລະ ອາດຊະຍາກຳ.
ທ່ານລັດຖະມົນຕີວ່າການກະຊວງພາຍໃນ ຫງວຽນທ້າຍບິງ, ຕອບຄຳຊັກຖາມກ່ຽວກັບເລື່ອງປະກາດໃຊ້ຍົກຕຳແໜ່ງໃຫ້ພະນັກງານລັດຖະກອນ, ພາລະກອນຂອງລັດ.