ສະພາແຫ່ງຊາດຫວຽດນາມແລະລາວເພີ່ມທະວີການຮ່ວມມື2ຝ່າຍ

ສະພາແຫ່ງຊາດຫວຽດນາມແລະລາວເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ທ່ານ​ຮອງ​ປະທານສະພາ​ແຫ່ງຊາດ ອວງຈູ​ລື​ວ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/08, ທ່ານ​ຮອງ​ປະທານສະພາ​ແຫ່ງຊາດ ອວງຈູ​ລື​ວ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສປປ. ລາວ, ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ລາວ ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ. ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ພວມ​ຕັ້ງໜ້າ​ປັບປຸງ​ແຜນ​ຮ່າງ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ຫວຽດນາມ - ລາວ ​ໃນ​ປີ 2017.

        ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ສຳນັກງານ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ກຽມພ້ອມ ​ແລະ ຕັ້ງໜ້າ​ແລກປ່ຽນ​ຄຳ​ເຫັນ, ​ແບ່ງ​ປັນບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ກັບ​ຝ່າຍ ລາວ ​ໃນ​ບັນດາ​ຂົງ​ເຂດ​ນີ້. ສະພາ​ແຫ່ງ​ຊາ​​ດ ຫວຽດນາມ ປາດ​ຖະໜາ​ວ່າ ​ບັນດາ​ອົງການ​ສຳນັກງານ​ຂອງ 2 ສະພາ​ແຫ່ງ​ຊາດ ສືບ​ຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​​ໄດ້​ໃນ​ບັນ​ດານ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ, ສົມທົບ​ກັນ​ຈັດ​ຕັ້ງ​ການ​ຕິດຕາ​ມກວດກາ​ເລື່ອງປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເຊິ່ງ​ໄດ້​ຮັບ​ການລົງ​ນາມ​ແລ້ວ, ປະກອບ​ສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ແທດ​ຈິງ.

        2 ຝ່າຍ​ເຫັນ​ດີ​​ເປັນ​ເອກະ​ພາບ​ໃນ​ໄລຍະ​ຈະ​ມາ​ເຖິງ, ສຸມ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃຫ້​ບຸລິ​ມະ​ສິດ​ສູງກ່ຽວ​ກັບການກະກຽ​ມ​​ການ​ຢ້ຽມຢາມ ລາວ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຮອງ​ປະທານ​ສະພາ​ແຫ່ງ​ຊາດ 2 ​ທ່ານ ສະ​ເໜີ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ເສນາ​ທິການ​ຊ່ວຍ​ການ​ນຳ​ສະພາ​ແຫ່ງ​ຊາດ, ສົມທົບ​ກັບ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ຈັດຕັ້ງ​ບັນດາ​ໂຄງການ​ຕິດຕາມ​ກວດກາ​ເລື່ອງ​ປະ​ຕິ​ບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ສຳລັບ​ບັນດາ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ ລາວ.


ຂ່າວ/ບົດ​ອື່ນ