ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍສຳຄັນ 5 ສະບັບ, ໃນນັ້ນມີກົດໝາຍວ່າດ້ວຍການອະໄພຍະໂທດສະບັບປັບປຸງ

(VOVWORLD) -ກົດໝາຍວ່າດ້ວຍອະໄພຍະໂທດສະບັບປັບປຸງ ຫາກໍ່ໄດ້ຮັບການຮັບຮອງເອົາ ມີຫຼາຍຈຸດທີ່ເປັນໜ້າສົນໃຈ, ພິເສດແມ່ນກຳນົດກ່ຽວກັບເງື່ອນໄຂ ແລະ ເປົ້າໝາຍໄດ້ຮັບສະເໜີອະໄພຍະໂທດ, ໃນນັ້ນມີການອະໄພຍະໂທດສຳລັບຊາວຕ່າງປະເທດ.

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍສຳຄັນ 5 ສະບັບ, ໃນນັ້ນມີກົດໝາຍວ່າດ້ວຍການອະໄພຍະໂທດສະບັບປັບປຸງ - ảnh 1 ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(ພາບປະກອບອີນເຕີແນັດ)

ກ່ຽວກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍອະໄພຍະໂທດ, ຈຸດເວລາອະໄພຍະໂທດ ແມ່ນວັນຊາດທີ 2 ກັນຍາ, ປີໃໝ່ສາກົນ, ວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບຄືວັນທີ 30 ເມສາ, ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ.

        “ຂໍ້ກຳນົດກ່ຽວກັບຈຸດເວລາອະໄພຍະໂທດຄືຮ່າງກົດໝາຍແມ່ນສືບທອດກົດໝາຍພວມປະກາດໃຊ້, ສະແດງໃຫ້ເຫັນລັກສະນະມະນຸດສະທຳໃນນະໂຍບາຍກົດໝາຍຂອງຫວຽດນາມ ແລະ ພຶດຕິກຳຕົວຈິງໃນການປະຕິບັດເພື່ອບໍ່ໃຫ້ເກີດສິ່ງຕິດຂັດ. ຄະນະປະຈຳສະພາແຫ່ງຊາດສະເໜີຮັກສາຂໍ້ກຳນົດກ່ຽວກັບຈຸດເວລາອະໄພຍະໂທດຄືຮ່າງກົດໝາຍ ແລະ ມອບໃຫ້ປະທານປະເທດອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍ ແລະ ສະພາບການຂອງປະເທດຊາດຢູ່ໃນແຕ່ລະໄລຍະເພື່ອຕົກລົງຈຸດເວລາອະໄພຍະໂທດໃຫ້ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ”.

        ນອກນັ້ນ, ສະພາແຫ່ງຊາດກໍ່ຮັບຮອງເອົາກົດໝາຍວ່າຕຳຫຼວດທະເລຫວຽດນາມ; ກົດໝາຍວ່າດ້ວຍການປູກຝັງ; ກົດໝາຍວ່າດ້ວຍການລ້ຽງສັດ ແລະ ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ