ສະພາແຫ່ງຊາດເລືອກຕັ້ງປະທານສະພາຊົນເຜົ່າ,ກຳມາທິການຕ່າງໆຂອງສະພາແຫ່ງຊາດ

ສະພາແຫ່ງຊາດເລືອກຕັ້ງປະທານສະພາຊົນເຜົ່າ,ກຳມາທິການຕ່າງໆຂອງສະພາແຫ່ງຊາດ - ảnh 1
ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ,
ກຳ​ມາ​ທິ​ການ​ຕ່າງໆຂອງ​ສະ​ພາ​ແຫ່ງ​ຊາດ
(ພາບ​ປະ​ກອບ)

(vovworld) - ​​ ​​​ຕອນ​ບ່າຍ​ວັນ​ທີ 22/07, ສະ​ພາ​ແຫ່ງ​ຊາດ ໄດ້​ເລືອ​ກ​ຕັ້ງ​ປະ​ທານ​ສະ​ພາ​ຊົນ​ເຜົ່າ; ປະ​ທານ​ກຳ​ມາ​ທິ​ການ​​ຕ່າງໆສະ​ພາ​ແຫ່ງ​ຊາດ; ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ; ​ຫົວ​ໜ້າ​ອົງ​ການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ. ເຊິ່ງ​ຕາມນັ້ນ​ແລ້ວ, ດ້ວ​ຍ​ບັດ​ເຫັນ​ດີ​ເປັນ​ຢ່າງ​ສູງ, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ບັນ​ດາ​ຕຳ​ແໜ່ງ​ຄື: ​ປະ​ທານ​ກຳ​ມາ​ທິ​ການ​ກົດ​ໝາຍ; ​ປະ​ທານ​ກຳ​ມາ​ທິ​ການຍຸ​ຕິ​ທຳ; ປະ​ທານ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ; ປະ​ທານ​ກຳ​ມາ​ທິ​ການ​ການ​ເງິນ, ​ງົບ​ປະ​ມານ; ປະ​ທານ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ບັນ​ດາ​ຕຳ​ແໜ່ງ​ອື່ນໆ.

        ແລະ​ກ​ໍ​ໃນ​ຕອ​ນ​ບ່າຍ​ວັນ​ດຽ​ວກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ເລື​ອກ​ຕັ້ງ​ຕຳ​ແໜ່ງປະ​ທານ​ສະ​ພາ​ຊົນ​ເຜົ່າ; ​ປະ​ທານ​ກຳ​ມາ​ທິ​ການ​ຕ່າງໆ​ຂອງ​ສະ​ພາ​ແຫ່ງ​ຊາດ; ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ; ​ຫົວ​ໜ້າ​ອົງ​ການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ.

ຂ່າວ/ບົດ​ອື່ນ