ສະພາແຫ່ງຊາດແອດສະປາຍສະຫນັບສະຫນູນບ້ວງກູ້ຊ່ວຍທີ3ໃຫ້ເກຼັກ

ສະພາແຫ່ງຊາດແອດສະປາຍສະຫນັບສະຫນູນບ້ວງກູ້ຊ່ວຍທີ3ໃຫ້ເກຼັກ - ảnh 1
ສະ​ພາ​ແຫ່ງ​ຊາດ​ແອດ​ສະ​ປາຍ
ພາບ:internet

(vovworld)- ວັນ​ທີ 18/8, ດ້ວຍ​ບັດ​ເຫັນ​ດີ 297 ບັດ ແລະ ບັດ​ຄ້ານ 20 ບັດ, ສະ​ພາ​ແຫ່ງ​ຊາດ ແອດ​ສະ​ປາຍ ໄດ້​ປ່ອນ​ບັດ ສະ​ຫນັບ​ສະ​ຫນູນ​ບ້ວງ​ກູ້​ຊ່ວຍ​ການ​ເງິນ​ຄັ້ງ​ທີ 3 ສະ​ຫງວນ​ໃຫ້​ແກ່​ເກຼັກ.  ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Luis de Guindos, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ເສດ​ຖະ​ກິດ ແອດ​ສະ​ປາຍ ຢືນ​ຢັນ​ວ່າ: ຍາມ​ໃດ​ກໍ     ​ສະ​ຫນ​ັບ​ສະ​ຫນູນ Athen. ໃນ​ຂະ​ນະ​ນັ້ນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແອດ​ສະ​ປາຍ ຈຳ​ນວນ​ຫນຶ່ງ ໄດ້​ປ່ອນ​ບັດ​ຄັດ​ຄ້ານ​ໂດຍ​ຖື​ວ່າ:  ເກຼັກ ກໍ​ຄື​ຫລາຍ​ປະ​ເທດ ເອີ​ລົບ ຈະ​ສືບ​ຕໍ່​ເຂົ້າ​ໃຈ​ຜິດ​ເມື່ອ​ຄິດ​ວ່າ ພຽງ​ແຕ່​ບັນ​ດາ​ມາດ​ຕະ​ການ​ຮັດ​ເຂັມ​ຄັດ ຈຶ່ງ​ສາ​ມາດ​ປ່ຽນ​ແປງ​ສະ​ພາບ​ການ​ປະ​ຈຸ​ບັນ​ໄດ້.

ໃນ​​ບ້ວງເງິນ​ກູ້​ຊ່ວຍ ລວມ​ມູນ​ຄ່າ 86 ລ້ານ ເອີ​ໂຣ ທີ່​ສະ​ຫງວນ​ໃຫ້​ເກຼັກ​ໃນ​ໄລ​ຍະ​ຈະ​ມາ​ເຖິງນັ້ນ, ແອດ​ສະ​ປາຍ ຕ້ອງ​ປ​ະ​ກອບ​ສ່ວນ 10,15 ຕື້ ເອີ​ໂຣ, ​ຫລາຍ​ອັນ​ດັບ 4 ຖັດ​ຈາກ​ການ​ປະ​ກອບ​ຂອງເຢຍ​ລະ​ມັນ, ຝ​ລັ່ງ ແລະ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ