ສະ​ພາ​ແຫ່ງ​ຊາດ​ໃຫ້ສັດຕະຍາບັນພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

(VOVWORLD) - ສະພາແຫ່ງຊາດ ໄດ້ລົງຄະແນນສຽງຕໍ່ການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ດ້ວຍຈຳນວນບັດສະໜັບສະໜູນ 468 ບັດ ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ 469 ທ່ານ. 
ສະ​ພາ​ແຫ່ງ​ຊາດ​ໃຫ້ສັດຕະຍາບັນພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ - ảnh 1ຕອນບ່າຍວັນທີ 21 ພຶດສະພາ, ສະພາແຫ່ງຊາດ ພິຈາລະນາການໃຫ້ສັດຕະຍາບັນພົ້ນຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ ສຳລັບທ່ານ ໂຕເລິມ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ສະເໜີໃບສະເໜີດັດປັບລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV. ຕາມນັ້ນແລ້ວ, ເພີ່ມເຕີມເນື້ອໃນການພົ້ນຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ສຳລັບທ່ານພົນເອກ ໂຕເລິມ, ຜູ້ທີ່ໄດ້ຮັບການສະເໜີຈາກສູນກາງ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງເປັນປະທານປະເທດ ອາຍຸການ 2021 - 2026.

              ໃບສະເໜີດັ່ງກ່າວ ໄດ້ຍົກໃຫ້ເຫັນແຈ້ງໂດຍອີງໃສ່ຄຳເຫັນຂອງຂັ້ນທີ່ມີສິດອຳນາດ, ອີງໃສ່ຂໍ້ກຳນົດກົດໝາຍ, ພິຈາລະນາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ຄະນະປະຈຳສະພາແຫ່ງຊາດ ສະເໜີຕໍ່ສະມາຊິກສະພາແຫ່ງຊາດພິຈາລະນາຮັບຮອງເອົາແຜນການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນ, ເພີ່ມເຕີມເນື້ອໃນພົ້ນຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ. ຫຼັງຈາກນັ້ນ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຕໍ່ການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ດ້ວຍຈຳນວນບັດສະໜັບສະໜູນ 468 ບັດ ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ 469 ທ່ານ (ເຊິ່ງກວມເອົາ 96,1% ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ).

ແອັງຮວ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ