ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018

(VOVWORLD) -    ດ້ວຍ 89% ຈຳນວນ ສ.ສ.ຊ ລົງຄະແນນສຽງເຫັນດີ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018 
ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018 - ảnh 1 ບັນດາ ສ.ສ.ຊ ໄດ້ກົດປຸ່ມຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018

ໃນການປະຊຸມເມື່ອຕອນບ່າຍວັນທີ 8 ມິຖຸນາ, ດ້ວຍ 89% ຈຳນວນ ສ.ສ.ຊ ລົງຄະແນນສຽງເຫັນດີ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018 ແລະ ດັບປັບ ໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2017, ເພີີ່ມເຕີມໃສ່ການປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ບັນດາຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອາກອນຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ); ກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ-ເສດຖະກິດພິເສດ ແລະ ປ່ຽນຊື່ຮ່າງກົດໝາຍວ່າດ້ວຍຊີວະປະຫວັດຫຍໍ້(ສະບັບປັບປຸງ) ເປັນ ກົດໝາຍ ປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊີວະປະຫວັດຫຍໍ້.

    ສະພາແຫ່ງຊາດຍັງຕົກລົງໃນກອງປະຊຸມສະໄໝສາມັນເທື່ອທີ 5  ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາ ຮ່າງກົດໝາຍ 11 ສະບັບ ແລະ ມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ນອກຈາກນັ້ນຍັງຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນໆອີກ 9 ສະບັບ ແລະ ໃນກອງປະຊຸມສະໄໝສາມັນເທື່ອທີ 6  ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາ ຮ່າງກົດໝາຍ 10 ສະບັບ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນໆອີກ 3 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ