ສະພາແຫ່ງຊາດໄທປຶກສາຫາລືຄຳຕັດສິນຂອງສານຍຸຕິທຳສາກົນກ່ຽວກັບພະວິຫານPreah Vihear
![ສະພາແຫ່ງຊາດໄທປຶກສາຫາລືຄຳຕັດສິນຂອງສານຍຸຕິທຳສາກົນກ່ຽວກັບພະວິຫານPreah Vihear - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_11_14/v.jpeg)
ພະວິຫານ Preah Vihear
photo: internet
|
(vovworld)- ວັນທີ 13/11, ສະພາແຫ່ງຊາດໄທ ໄດ້ດຳເນີນກອງປະຊຸມເພື່ອປຶກສາຫາລືກ່ຽວກັບຄຳຕັດສິນຂອງສານຍຸຕິທຳສາກົນເມື່ອວັນທີ 11/11 ກ່ຽວກັບພະວິຫານ Preah Vihear ຕາມຂໍ້ກຳນົດໃນມາດຕາ 179 ຂອງລັດຖະທຳມະນູນໄທ. ທີ່ກອງປະຊຸມຄັ້ງນີ້, ທ່ານ ວິຣາໄຊ, ເອກອັກຄະລັດຖະທູດ ໄທປະຈຳ ໂຮນລັງ, ຫົວຫນ້າຄະນະທະນາຍຄວາມຂອງໄທ ທີ່ເຂົ້າຮ່ວມການໂຕ້ຖຽງຢູ່ສານຍຸຕິທຳສາກົນ ສະຫລຸບບັນດາເນື້ອໃນສຳຄັນໃນຄຳຕັດສິນຂອງສານຍຸຕິທຳສາກົນ, ພ້ອມທັງອະທິບາຍຢ່າງຈະແຈ້ງເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຮັບຊາບກ່ຽວກັບບາງບັນຫາສະດວກ ແລະ ຫຍຸ້ງຍາກຂອງໄທ ແລະ ກຳປູເຈຍ ໃນການປະຕິບັດຄຳຕັດສິນດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງຣັກ ຊີນະວັດ ເນັ້ນຫນັກວ່າ: ລັດຖະບານໄທ ຈະທາບທາມຄຳເຫັນ ແລະ ຍື່ນສະເຫນີຕໍ່ສະພາແຫ່ງຊາດກ່ຽວກັບວິວັດການແກ້ໄຂບັນຫາກ່ຽວຂ້ອງເຖິງພະວິຫານ Preah Vihear.