ສະພາແຫ່ງຊາສືບຕໍ່ຊັກຖາມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສືສານ

(VOVWORLD) - ໃນຕອນເຊົ້າ ແລະ ຕອນບ່າຍວັນທີ 17 ພະຈິກ, ທ່ານ  ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຕອບຄຳຊັກຖາມຕໍ່ສະພາແຫ່ງຊາດ ດ້ວຍ 3 ໝວດບັນຫາຕົ້ນຕໍລວມມີ:
ສະພາແຫ່ງຊາສືບຕໍ່ຊັກຖາມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສືສານ - ảnh 1 ທ່ານ  ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ 

ການຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານການບໍລິຫານ ແລະ ການກໍ່ສ້າງລັດຖະບານ ເອເລກໂຕນິກ. ທີສອງແມ່ນວຽກງານຄຸ້ມຄອງລັດ ກ່ຽວກັບສື່ມວນຊົນ, ໂຄສະນາ. ທີສາມແມ່ນບັນດາມາດຕະການຄວບຄຸມ, ຈຳກັດຂ່າວບໍ່ດີໃນເຄືອຂ່າຍສັງຄົມ ແລະ ກຳນົດທິດສື່ສານ, ໂຄສະນາວັດທະນະທຳ, ຄຸນສົມບັດສັງຄົມ.

        ບັນຫາເຄັ່ງຮ້ອນທີ່ສຸດແມ່ນເຄືອຂ່າຍສັງຄົມ, ເພາະວ່າ ຊາວ ຫວຽດນາມ ກວມ 70% ພົນລະເມືອງແມ່ນນຳໃຊ້ອິນເຕີແນດ ແລະ ປະມານ 53 ລ້ານຄົນແມ່ນນຳໃຊ້ເຄືອຂ່າຍສັງຄົມ. ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຖືວ່າ:

        “ດ້ວຍຄາດໝາຍເຮັດສະອາດເຄືອຂ່າຍສັງຄົມ. ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສ້າງບັນດາຫຼັກການຄື: ຮັບປະກັນຜົນປະໂຫຍດແຫ່ງຊາດ, ຮັກສາລະບອບ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ; ສົມກັບມາດຖານຄຸນສົມບັດ ແລະ ປຸກລຸກພະລັງງານທີ່ດີໃຫ້ປະຊາຄົມ; ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ຜູ້ຊົມໃຊ້. ແລະ ຫຼັກການເຂັ້ມງວດ, ຍຸຕິທຳ. ຖືວ່ານີ້ແມ່ນພື້ນຖານໃຫ້ແກ່ຜູ້ນຳໃຊ້ເຄືອຂ່າຍສັງຄົມ “.

        ເມື່ອອະທິບາຍຕື່ມກ່ຽວກັບບັນຫາເຄືອຂ່າຍສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າຈິດໃຈລວມຂອງລັດຖະບານ ແມ່ນສ້າງເງື່ອນໄຂພັດທະນາແຮງໄປຄຽງຄູ່ກັບການຄຸ້ມຄອງທີ່ດີ, ຖືກຕ້ອງຕາມກົດໝາຍ ແລະ ຖືກກັບທ່າອ່ຽງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ