ສະ​ມັດ​ຊາ​ໃຫຍ່ ປ​ສ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ການ​ລົບ​ລ້າງ​ອິດ​ສະ​ລາມ

(VOVWORLD) -  ດ້ວຍບັດສະໜັບສະໜູນ 115 ບັດ, ບໍ່ມີບັດຄ້ານ ແລະ ບັດຂາວ 44 ບັດ. ວັນທີ 15 ມີນາ ຕາມເວລາ ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍມາດຕະການຕ້ານການລົບລ້າງອິດສະລາມ. ມະຕິດັ່ງກ່າວ ໄດ້ຮັບການຮັບຮອງເອົາກົງກັບວັນສາກົນຕ້ານການລົບລ້າງອິດສະລາມ.
ສະ​ມັດ​ຊາ​ໃຫຍ່ ປ​ສ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ການ​ລົບ​ລ້າງ​ອິດ​ສະ​ລາມ - ảnh 1ການປ່ອນບັດຂອງສະມັດຊາໃຫຍ່ ສປຊ ໃນວັນທີ 15 ມີນາ (ພາບ: THX/TTXVN)

ມະຕິດັ່ງກ່າວ, ໂດຍ ປາກິດສະຖານ ຍື່ນສະເໜີ, ແນໃສ່ກ່າວປະນາມການປຸກປັນຍຸແຍ່ຈຳແນກການປະພຶດ, ເປັນປໍລະປັກ ຫຼື ໃຊ້ຄວາມຮຸນແຮງເພື່ອຕ້ານຄືນຊາວມຸດສະລິມ, ເຊິ່ງໄດ້ສະແດງອອກຢູ່ບ່ອນວ່າ ນັບມື້ນັບມີຫຼາຍເຫດການແຕະຕ້ອງຄຳພິ Koran, ບຸກໂຈມຕີໂບດອິດສະລາມແຫ່ງຕ່າງໆ.

        ມະຕິດັ່ງກ່າວ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອຕ້ານການບໍ່ຍອມຮັບສາສະໜາ, ເປັນປໍລະປັກ, ປຸກປັນຍຸແຍ່ນຳໃຊ້ອາວຸດ ແລະ ໃຊ້ຄວາມຮຸນແຮງສຳລັບຊາວມຸດສະລິມ, ພ້ອມທັງຫ້າມການຍຸແຍ່ນຳໃຊ້ອາວຸດ ແລະ ການໃຊ້ຄວາມຮຸນແຮງສຳລັບຄົນ ມະນຸດຍ້ອນເຫດຜົນກ່ຽວຂ້ອງເຖິງສາສະໜາ ຫຼື ການເຫຼື້ອມໃສເຊື່ອຖືຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ