ສະມັດຊາໃຫຍ່ສປຊຮັບຮອງເອົາມະຕິສະເຫຼີມສະຫຼອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2

ສະມັດຊາໃຫຍ່ສປຊຮັບຮອງເອົາມະຕິສະເຫຼີມສະຫຼອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2 - ảnh 1
ກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ
(ພາບ​ປະ​ກອບ)

(vovworld) –  ວັນ​ທີ 26/2, ໃນ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ສຳ​ນັກ​ງານ​​ໃຫຍ່​ຂອງ ສ​ປ​ຊ ຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69 ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ມະ​ຕິ​ດັ່ງ​ກ່າວ​ໂດຍ ລັດ​ເຊຍ ແລະ 37 ປະ​ເທດ​ອື່ນ​​ຮຽບ​ຮຽງ. ກ່າວ​ຄຳ​ເຫັນ​ຕໍ່​ຜູ້​ຕາງ​ໜ້າ 193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ພາ​ຍຫຼັງ​ມະ​ຕິ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ທ່ານ Vitaly Churkin, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ລັ​ດ​ເຊຍ ປະ​ຈຳ ສ​ປ​ຊ ໄດ້​ເຕື້ອງ​ເຖິງ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ສຳ​ຄັນ​ທີ່​ສຸດ​ເຊິ່ງ ສ​ປ​ຊ ໄດ້​ວາງ​ອອກ​ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​​ສ້າງ​ຕັ້ງ ປີ 1945, ແມ່ນ​ສະ​ກັດ​ກັ້ນ, ບໍ່​ອະ​ນຸ​ຍາດ​ໃຫ້​ເກີດ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ລຳ​ບາກ​ຍ້ອນ​ສົງ​ຄາມ​ກໍ່​ຂຶ້ນ, ເພື່ອ​ໃຫ້​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ​ບໍ່​ຕ້ອງ​ດຳ​ລົງ​ຊີ​ວິດ​ໃນມະ​ຫາ​ໄພ​ຂອງ​ສົງ​ຄາມ​ອີກ.

        ມະ​ຕິ​ທີ່​ສະ​ມັ​ດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69 ຫາກໍ່​ຮັບ​ຮອງ​ເອົາ, ຮຽກ​ຮ້ອງ​ໃຫ້ 193 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ ສ​ປ​ຊ, ພ້ອມ​ກັນ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບໃນ​ຄວາມ​ມະ​ນາ​ພະ​ຍາ​ຍາມ ແລະ ການ​ກະ​ທຳ​ໃນ​ບັ້​ນ​ຮົບ​ຕ້ານ​ໄພ​ນາບ​ຂູ່​ສຳ​ລັບ​ພື້ນ​ຖານ​ສັນ​ຕິ​ພາບ, ​ຄວາມ​ສະ​ຫງົບ​ຂອງໂລກ.


ຂ່າວ/ບົດ​ອື່ນ