ສະ​ມັດ​ຊາ​ໃໃຫຍ່ ສປຊ ໂຮມ​ປະ​ຊຸມ​ວາ​ລະ​ປະ​ຊຸມ​ພິ​ເສດ ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) - ວັນທີ 23 ກຸມພາ, ຢູ່ນະຄອນ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ໂຮມປະຊຸມວາລະປະຊຸມພິເສດເພື່ອປຶກສາຫາລືກ່ຽວກັບສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນສະພາບການປະທະກັນກ້າວເຂົ້າສູ່ປີທີ 3.
ສະ​ມັດ​ຊາ​ໃໃຫຍ່ ສປຊ ໂຮມ​ປະ​ຊຸມ​ວາ​ລະ​ປະ​ຊຸມ​ພິ​ເສດ ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ - ảnh 1ທະຫານ ຢູແກຼນ ໃນການປະທະກັນກັບກຳລັງ ລັດເຊຍ ຢູ່ເຂດ  Lugansk (ພາບ: AFP/TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ ທີ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 193 ປະເທດສະມາຊິກ ສປຊ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຕໍ່ຜົນເສຍຫາຍ ແລະ ການທຳລາຍຢູ່ ຢູແກຼນ ພາຍຫຼັງເກີດການປະທະກັນມາເປັນເວລາ 2 ປີ. ທ່ານ Dennis Francis ກະຕຸກຊຸກຍູ້ປະຊາຄົມສາກົນ, ພິເສດແມ່ນສະພາຄວາມໝັ້ນຄົງ ສປຊ, ເພີ່ມທະວີຄວາມມານະພະຍາຍາມຂຶ້ນທົບ 2 ເທົ່າ ເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ກໍໃນວັນທີ 23 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ກໍໄດ້ໂຮມປະຊຸມວາລະປະຊຸມພິເສດເພື່ອປຶກສາຫາລືກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກູນ ເຊັ່ນດຽວກັນ. ກ່າວຄຳເຫັນນະທີ່ນີ້, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ “ດຽວນີ້ແມ່ນຈຸດເວລາສ້າງຕັ້ງສັນຕິພາບ, ພື້ນຖານສັນຕິພາບທີ່ຍຸຕິທຳ ໂດຍອີງໃສ່ ກົດບັດ ສປຊ, ກົດໝາຍສາກົນ ແລະ ຂໍ້ຕົກລົງສະບັບຕ່າງໆຂອງສະມັດຊາໃຫຍ່ ສປຊ.”

ຕອບກັບ

ຂ່າວ/ບົດ​ອື່ນ