ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ: ສາ​ມັກ​ຄີ​ກັນ, ​ປະ​ຊາ​ທິ​ປະ​ໄຕ, ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) -ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 -2026. 
ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ: ສາ​ມັກ​ຄີ​ກັນ, ​ປະ​ຊາ​ທິ​ປະ​ໄຕ, ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ - ảnh 1 ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
(ພາບ: VOV)

ກອງປະຊູມໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມຊຸດທີ III ລວມມີ ສະມາຊິກ 23 ທ່ານ, ໃນນັ້ນ, ທ່ານຟ້າມວັນຮຸ່ງ ໄດ້ຮັບການຄັດເລືອກເປັນປະທານສະມາຄົມ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມີບົດບາດນັບມື້ນັບສຳຄັນ, ປະກອບສ່ວນເຂົ້າໃນການສ້າງສາປະເທດລາວ ວັດທະນາຖາວອນ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດ.

ໂດຍໄດ້ສ້າງຕັ້ງແຕ່ວັນທີ 19 ສິງຫາ 2009, ສະມາຄົມ ຫວຽດນາມ ຢູ່ລາວ ມີ 12 ສາຂາສະມາຄົມຊາວຫວຽດນາມ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດລາວ. ໃນໄລຍະຜ່ານມາ, ສະມາຄົມຍາມໃດກໍ່ສົມທົບກັບສະຖານທູດ ຫວຽດນາມ ປະຈຳລາວເປັນຢ່າງດີເພື່ອຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ການສຶກສາ, ກິລາ, ສິລະປະ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເຮັດໃຫ້ປະຊາຄົມມີຄວາມສະໜິດຕິດພັນ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຂອງ ຫວຽດນາມ, ຍາມໃດກໍ່ອ່າວຍໜ້າເມືອຫາບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ