ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຮຽກຮ້ອງສະໜັບສະໜູນການຮ້ອງຟ້ອງບັນດາບໍລິສັດເຄມີອາ​ເມ​ລິ​ກາ

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຮຽກຮ້ອງສະໜັບສະໜູນການຮ້ອງຟ້ອງບັນດາບໍລິສັດເຄມີອາ​ເມ​ລິ​ກາ - ảnh 1
ທ່ານ​ນາງ ເຈີ່ນ​ໂຕ໋​ງາ
(ພາບ: vietnamnet.vn)

(vovworld) - ​ວັນ​ທີ 16/4 ຈະ​ມາ​ເຖິງ, ສານ​ນະ​ຄອນ Evry ຂຶ້ນ​ກັບ​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ​ຝ​ຣັ່ງ ​ຈະ​ພິ​ພາກ​ສາກໍ​ລະ​ນີ​ຂອງ​ທ່ານ​ນາງ ເຈີ່ນ​ໂຕ໋​ງາ (ເຊິ່ງ​ແມ່ນ​ຊາວ ຝ​ຣັ່ງ ເຊື້ອ​ຊາດ ຫວຽດ​ນາມ), ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີນ, ທີ່​ໄດ​້​ຮ້ອງ​ຟ້ອງ​ບັນ​ດາ​ບໍ​ລິ​ສັດ​ເຄ​ມີ ອາ​ເມ​ລິ​ກາ ໄດ້​ເຂົ້າ​ຮ່ວມ​ການ​ຜະ​ລິດ, ສະ​ໜອງ​ທາ​ດ​ເຄ​ມີ​ໃຫ້​ແກ່ກອງ​ທັບ ອາ​ເມ​ລິ​ກາ ທີ່​ນຳ​ໃຊ້​ໃນ​ປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ. ນີ້​ແມ່ນ​ແຫຼ່ງ​ຂ່າວ​ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກາ​ນ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ທ່ານ​ນາງ ເຈີ່ນ​ໂຕ໋​ງາ ໂດຍ​ສະ​ມາ​ຄົມ​ຜູ້​ປະ​ສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ນ/ ດີ​ໂອ​ຊີນ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/4 ຢູ່​ຮ່າ​ໂນ້ຍ. ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຜູ້​ປະ​ສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ນ/ ດີ​ໂອ​ຊີນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ທ່ານ​ນາງ ເຈີ່ນ​ໂຕ໋​ງາ ແມ່ນນັກ​ຂ່າວ​ສະ​ໜາ​ມ​ຮົບຂອງ​ສຳ​ນັກ​ຂ່າວ​ສານ ຢ໋າຍ​ຟ໋ອງ (ປະ​ຈຸ​ບັນ​ແມ່ນ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ) ເມື່ອ​ສົງ​ຄາມ​ຕ້ານ​ສັກ​ກະ​ພັດ​ອາ​ເມ​ລິ​ກາ ຢູ່ ຫວຽດ​ນາມ ກ້າວ​ເຂົ້​າ​ສູ່​ໄລ​ຍະ​ດູ​ເດືອດ​ທີ​່​ສຸດ.  ທ່ານ​ນາງ ເຈີ່ນ​ໂຕ໋​ງາ ເກີດ​ລູກ​ໄດ້ 3 ຄົນ, ທັງ 3 ຄົນ​ລ້ວນ​ແຕ່​ຖືກ​ຕິດ​ພະ​ຍາດ ແລະ ລູກ​ກົກ​ຖ​ືກ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​​ໂລກຫົວ​ໃຈ​ມາ​ແຕ່​ເກີດ. ເພື່ອ​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຕົນ ແລະ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ, ທ່າ​ນ​ນາງ ເຈີ່ນ​ໂຕ໋​ງາ ໄດ້​ຮ້ອງ​ຟ້ອງ​ບັນ​ດາ​ບໍ​ລິ​ສັດ​ເຄ​ມີ ອາ​ເມ​ລິ​ກາ ແລະ ທ່ານ​ນາງ​​ໄດ້​ເປັນ​ຕົວ​ພະ​ຍານ​ຕໍ່​ສານມະ​ໂນ​ທຳ​ສາ​ກົນ, ດ້ວຍ​ຖາ​ນະ​ເປັນ​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ. ທ່ານ​ນາງ ເຈີ່ນ​ທິ​ໂຕ໋​ງາ, ໄດ້​ຮ້ອງ​ຟ້ອງ​ເຫດ​ການ​ດັ່ງ​ກ່າວ​ຢູ່​ສານ​ນະ​ຄອນ Evry ຂຶ້ນ​ກັບ​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ​ຝ​ຣັ່ງ ໃນ​ວັນ​ທີ 11/6/2014. ສານ​ດັ່ງ​ກ່າວ​ປະ​ກາດ​ຈະ​ດຳ​ເນີນ​ການ​ໂຕ້​ຄວາມ​ໃນ​ວັນ​ທີ 16/4 ຈະ​ມາ​ເຖິງ. ພົນໂທ ຫງວຽນ​ວັນ​ຣີງ, ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ຖ້າ​ຫາກ​ສານ​ແຫ່ງນີ້​ຮຽກ​ຮ້ອງ​ຜູ້​ປະ​ສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ນ/ ດີ​ໂອ​ຊີນ ເປັນ​ຕົວ​ພະ​ຍານ, ພວກ​ຂ້າ​ພະ​ເຈົ້າ​ຈະ​​ເຫັນ​ດີ. ຖ້າ​ຫາກ​ສານ​ໄດ້​ຕັດ​ສິນ​ລົງ​ໂທດ, ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ເຄ​ມີ​ຂອງ ອາ​ເມ​ລິ​ກາ ຈະ​ຕ້ອງ​ຮັບ​ພິດ​ຊອບ​ຕໍ່​ກົດ​ໝາຍ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຄວາມ​ຍຸ​ຕິ​ທຳ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ. ຫວັງ​ວ່າ​ວາ​ລະ​ສານນີ້​ຈະ​ຍາດ​ໄດ້​ໄຊ​ຊະ​ນະ, ເຖິງວ່າ​​ຈະຢູ່​ໃນ​ສານ ຫຼືວ່າ​ແມ່ນ​ການ​ປຶກ​ສາ​ຫາ​ລື​ຢູ່ນອກ​ສານກໍ່​ຕາມ ​ກໍ່​ເປັນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ພວກ​ເຮົາ​ດຳ​ເນີນ​​ການຮ້ອງ​ຟ້ອງ​ອື່​ນ​ອີກ.”


ຂ່າວ/ບົດ​ອື່ນ