ສະມາຄົມພຸດທະສາສະໜາຫວຽດນາມ: ຂົນຂວາຍວຽກງານກູ້ສົນສັງຄົມໄດ້ກວ່າ 670 ຕື້ດົ່ງ

(VOVWORLD) -ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນກອງປະຊຸມຄະນະປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ.

ໝາກຜົນພົ້ນເດັ່ນໃນການເຄື່ອນໄຫວກູ້ສົນສັງຄົມຂອງສະມາຄົມພຸດທະສາສະໜາຫວຽດນາມ ແລະ ພະສົງສຳມະເນັນ, ພຸດທະສາສະນິກະຊົນທົ່ວປະເທດໃນ 6 ເດືອນຕົ້ນປີແມ່ນຂົນຂວາຍບໍລິຈາກໄດ້ກວ່າ 670 ຕື້ດົ່ງ. ສະມາຄົມພຸດທະສາສະໜາຫວຽດນາມ ແລະ ສະມາຄົມພຸດທະສາສະໜາບັນດາແຂວງ, ນະຄອນໄດ້ຈັດສົ່ງຫຼາຍຄະນະຜູ້ແທນໄປຢ້ຽມຢາມ, ມອບຂອງຂວັນໜູນຊ່ວຍປະຊາຊົນບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ຖືກໄພພິບັດຈາກສະພາບນ້ຳແກ່ງ, ດິນເຊາະເຈືອນ ກໍຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນ. ນອກນັ້ນຍັງປຸກສ້າງເຮືອນມະຫາສາມັກຄີບັນດາເຜົ່າຫວຽດນາມ ແລະ ມອບຂອງຂວັນໃຫ້ບັນດານັກຮົບ, ພໍ່ແມ່ປະຊາຊົນທີ່ດຳລົງຊີວິດຢູ່ເມືອງເກາະເຈື່ອງຊາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ