ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) -ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ສະເໜີຕົວຄະນະບໍລິຫານສະມາຄົມຢູ່ນະຄອນ ກົວລາບຳເປີ.
ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ - ảnh 1ສະມາຊິກ ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ
(ພາບ: TTXVN)

ຕອນຄ່ຳວັນທີ 27 ສິງຫາ, ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ສະເໜີຕົວຄະນະບໍລິຫານສະມາຄົມຢູ່ນະຄອນ ກົວລາບຳເປີ.

ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ແມ່ນອົງການຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ. ການເຄື່ອນໄຫວຂອງສະມາຄົມແມ່ນມຸ່ງໄປເຖິງການຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງປະຊາຊົນ 2 ປະເທດ, ອົງການ, ໝູ່ຄະນະຂອງ ຫວຽດນາມ ແລະ ມາເລເຊຍ ໃຫ້ເລິກເຊິ່ງຂຶ້ນຕື່ມ; ຍົກສູງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ; ໂຄສະນາ ແລະ ໜູນຊ່ວຍປະຊາຊົນ ຫວຽດນາມ ເຄົາລົບກົດໝາຍປະເທດປະຈຳຖິ່ນ… ທ່ານນາງ ເຈິ່ນທິຈາງ, ຜູ້ສ້າງຕັ້ງສະມາຄົມແມ່ຍິງ ຫວຽດນາມ, ສະໂມສອນພາສາ ຫວຽດນາມ ແລະ ຄະນະຕິດຕໍ່ຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ປະຈຸບັນແມ່ນປະທານສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ.

ອວຍພອນສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ  ທີ່ໄດ້ຮັບການສ້າງຕັ້ງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເຈິ່ນຫວຽດທາຍ ຕີລາຄາສູງບົດບາດຂອງທ່ານນາງ ເຈິ່ນທິຈາງ ໃນບັນດາການເຄື່ອນໄຫວກູ້ຊົນໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ພ້ອມທັງສະແດງຄວາມຫວັງວ່າ ສະມາຄົມຈະຕິດພັນ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ