ສະມາຄົມ​ອາຊີບ​ການ​ປະມົງຫວຽດນາມ ຄັດຄ້ານ​ຂໍ້​ກໍານົດຂອງ​ຈີນ​ກ່ຽວ​ກັບ​ການ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​

(VOVWORLD) -    ວັນທີ 04 ພຶດສະພາ, ສະມາຄົມອາຊີບການປະມົງຫວຽດນາມ ໄດ້ຍື່ນເອກະສານເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກ່ຽວກັບການຄັດຄ້ານເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາຢູ່ທະເລຕາເວັນອອກ ປີ 2020.

        ສະມາຄົມອາຊີບການປະມົງຫວຽດນາມ ໃຫ້ຮູ້ວ່າ, ຕາມບັນດາເວັບໄຊສະໜອງຂໍ້ມູນຂ່າວສານແລ້ວ,ຈີນ ໄດ້ປະກາດ “ຂໍ້ກໍານົດຫ້າມຫາປາຢູ່ທະເລຕາເວັນອອກ, ບໍລິເວນຫ້າມຫາປາແມ່ນຈາກເຂດທະເລທາງທິດເໜືອຂອງທະເລຕາເວັນອອກ ຮອດຈຸດພິກັດ 12 ອົງສາເສັ້ນຂະໜານ ເໜືອ, ລວມທັງສ່ວນໜຶ່ງຂອງອ່າວພາກເໜືອ ແລະ ໝູ່ເກາະຮວ່າງຊາ ເຊິ່ງຂຶ້ນກັບອະທິປະໄຕຂອງຫວຽດນາມ, ໂດຍມີຜົນບັງຄັບໃຊ້ແຕ່ວັນທີ 01 ພຶດສະພາ 2020 ຫາວັນທີ 16 ສິງຫາ 2020”.

ສະມາຄົມ​ອາຊີບ​ການ​ປະມົງຫວຽດນາມ ຄັດຄ້ານ​ຂໍ້​ກໍານົດຂອງ​ຈີນ​ກ່ຽວ​ກັບ​ການ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ - ảnh 1 ກໍ່າປັ່ນຫາປາຂອງຊາວປະມົງຢູ່ທະເລ (ພາບປະກອບ: baobinhphuoc.vn)

        ສະມາຄົມອາຊີບການປະມົງຫວຽດນາມ ເນັ້ນໜັກວ່າ ຂໍ້ກໍານົດດັ່ງກ່າວໄດ້ລະເມີດອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະ ບັນດາເຂດທະເລຂອງຫວຽດນາມ, ລະເມີດບັນດາສິດ ແລະ ຜົນປະໂຫຍດອັນຊອບທໍາ, ກີດຂວາງຕໍ່ການຜະລິດຢູ່ທະເລຂອງຊາວປະມົງຫວຽດນາມ, ລະເມີດກົດໝາຍສາກົນ.

        ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານການກະທໍາທີ່ໄຮ້ເຫດຜົນຂອງຈີນຢ່າງຮຸນແຮງ. ຂໍ້ກໍານົດດັ່ງກ່າວ ບໍ່ມີຄຸນຄ່າດ້ານນິຕິກໍາ ສໍາລັບບັນດາເຂດທະເລ ທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ. ຊາວປະມົງຫວຽດນາມ ມີສິດຫາປາໃນບັນດາເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ຢ່າງສິ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ