ສະມາຊິກພັກກອມມູນິດ ຫວຽດນາມ ເປີດເຜີຍ ຊັບສົມບັດຢ່າງຈະແຈ້ງ

ສະມາຊິກພັກກອມມູນິດ ຫວຽດນາມ ເປີດເຜີຍ ຊັບສົມບັດຢ່າງຈະແຈ້ງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 03/01/2014, ກົມ​ການ​ເມືອງ ​ໄດ້​ປະກາດ​ຄຳ​ສັ່ງ​ຊີ້​ນຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​​ໃນ​ການ​ແຈ້ງ ​ແລະ ຄວນ​ບຄຸມ​ການ​ແຈ້ງຊັບ​ສົມບັດ. ຕາມ​ນັ້ນ​ແລ້ວ,  ການ​ແຈ້ງ ​ແລະ ຄວບ​ຄຸມ​ການ​ແຈ້ງຊັບ​ສົມບັດ​ແມ່ນ​ມາດ​ຕະການ​ແກ້​ໄຂ​ສຳຄັນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.  ກົມ​ການ​ເມືອງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ປະຕິບັດ​ວຽກ​ງານ​ເພີ່ມ​ທະວີ​ການ​ນຳ​ພາເພື່ອ​​ເປັນ​ເອກະ​ພາບ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ ​ແລະ ຂອງ​ອົງການ, ອົງການ​ຈັດ​ຕັ້ງ, ຫົວ​ໜ່ວຍ, ຫົວໜ້າໜ້າ​ອົງການ, ອົງການ​ຈັດ​ຕັ້ງ, ຫົວໜ່ວຍ​ກ່ຽວ​ກັບ​ການ​ແຈ້ງ, ກວດກາ​ການ​ແຈ້ງ​ຊັບ​ສົມບັດ​ຕາມ​ຂໍ້​ຕົກລົງ​ຂອງ​ພັກ, ລັດ. ຜ່ານ​ນັ້ນ, ​ເສີມ​ຂະຫຍາຍ​ລັກສະນະ​ຕື່ນ​ຕົວ, ບໍລິສຸດ ​ແລະ ສະຕິ​ຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ​ໃນ​ການ​ແຈ້ງ​ຊັບ​ສົມບັດ. ບັນດາ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ຕ້ອງ​ກຳນົດ​ເລື່ອງ​ແຈ້ງ, ຄວບ​ຄຸມ​ການ​ແຈ້ງ​ຊັບ​ສົມບັດ ​ແມ່ນ​ມາດຖານ​ເພື່ອ​ຕີ​ລາຄາ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ; ຕີ​ລາຄາ​ລະດັບ​ສຳ​ເລັດ​ໜ້າ​ທີ່​ຂອງ​ອົງ​ການຈັດ​ຕັ້ງ, ຫົວໜ່ວຍ ​ແລະ ຜູ້​ເປັນ​ຫົວໜ້າ.

ຂ່າວ/ບົດ​ອື່ນ