ສະມາຊິກລັດຖະສະພາອາເມລິກາຮຽກຮ້ອງເພີ່ມທະວີຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕເວັນອອກ

ສະມາຊິກລັດຖະສະພາອາເມລິກາຮຽກຮ້ອງເພີ່ມທະວີຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕເວັນອອກ - ảnh 1
ທ່ານປະທານາທິບໍດີ Barack Obama
ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ
(ພາບ: AFP/TTXVN)

(vovworld) - ວັນ​ທີ 27/04, ບັນດາ​ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ ​ໄດ້​ເລັ່ງລັດ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama ​ເພີ່ມ​ທະວີ​ການຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ຜ່ານ​ການ​ຜັນ​ຂະ​ຫຍາ​ຍບັນດາ​ການ​ເຄື່ອນ​​ໄຫວລາດຕະ​ເວນ​ຫລາຍ​​ໃກ້ກັບ​ບັນດາ​ເກາະ​ທີ່​ຂັດ​ແຍ້​ງກັນກ່າວ​ອີກ. ບັນດ​າສະມາຊິກ​ລັດຖະສະ​ພາ​ພັກສາ​ທາ​ລະນະ​ ຖື​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ “ຄວາມ​ເສລີ​ໃນ​ການ​ໄປມາ” ​ໃນ​ເຂດ 12 ​ໄມທະ​ເລ ທີ່ອ້ອມ​ຂ້າງ​ບັນດາ​ເກາະ​ທຽ​ມ ​ໂດຍ ຈີນ ກໍ່ສ້າງ​ຢ່າງຜິດ​ກັບ​ກົ​​ດ​ໝາຍ​ບົນ​ທະ​ເລ​ຕາ​ເວັນ​ອອກ ຄວນ​ຖືກ​ດຳ​ເນີນ​​ໄປ​ປະຈຳ​ໄລຍະ. ຕາມ​ທ່ານ Bob Corker ປະທານ​ກຳ​ມາ​ທິການ​​ຕ່າງປະ​ເທດ​ສະພາ​ສູງ​ແລ້ວ ບັນດາ​ການ​ເຄື່ອນ​ໄຫວ​ນັ້ນ ຄວນ​ຖື​ກດຳ​ເນີນ​ໄປ​ເປັນ​ປະຈຳ​ອາທິດ ຫຼື ປະຈຳ​ເດືອນ. ​ໃນ​ຂະນະ​ນັ້ນ, ທ່ານ Cory Gardner ສະມາຊິກ​ສະພາ​ສູງ​ລັດ Colorado ຖື​ວ່າ: ​ເລື່ອງ​ຜັນ​ຂະຫຍາຍບັນດາ​ກ່ຳ​ປັ່ນ ອາ​ເມ​ລິ​ກາ ຢູ່​ເຂດ​ທະ​ເລ​ນີ້ 3 ​ເດືອນ/ຄັ້ງ ​ແມ່ນ “ບໍ່​ທັນ​ພຽງພໍ ​ເພື່ອສົ່ງ​ສານ​ຢ່າງ​ເຂັ້ມ​ແຂງ​ຕໍ່​ ຈີນ”. ສ່ວນ​ທ່ານ​ Robert Menendez ສະມາຊິກ​ສະພາ​ສູງ​ພັກ​ປະຊາທິປະ​ໄຕ ກ່າວ​ຫາ ​ຈີນ ພວມຄອບ​ງຳພາກ​ພື້ນ, ພ້ອມ​ທັງ​ສະໜັບສະໜູນ​ເລື່ອງ ວໍ​ຊິງ​ຕັນ ມີຫຼັກ​ໝັ້ນ​ແຂງ​ກະດ້າງ​ກ່ວາ​ຕໍ່ ບັກ​ກີ​ງ.

ຂ່າວ/ບົດ​ອື່ນ