ສະມາຊິກສະພາແຫ່ງຊາດຍິງຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ

ສະມາຊິກສະພາແຫ່ງຊາດຍິງຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ - ảnh 1
(ພາບປະກອບ)

(vovworld) – ທີ່​ການ​ເຮັດ​ວຽກ​ລະຫວ່າງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ຫວຽດນາມ ​ແລະ ຄະນະ​ສະມາຊິກ​​ສະພາ​ແຫ່ງ​ຊາດຍິງ​ລາວ ​ໃນ​ຕອນ​ບ່າຍ​ວັນ​ທີ 29/09, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບການ​ເສີມ​ຂະຫຍາຍ​ບົດບາດ​ນິຕິບັນຍັດ, ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເພດ, ສິດ​ຂອງ​ແມ່ຍິງ, ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ສິ່ງ​ທ້າ​ທາຍ​ຂອງ​ການ​ປະສົມ​ປະສານ​ບັນຫາ​ເພດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບົດຮຽນ​ກ່ຽວ​ກັບ​ການ​ສ້າງ​ກອບ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ - ຊາຍ… ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ 2 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຖື​ວ່າ ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຂໍ້​ມູນຂ່າວສານ ​ແລະ ​ແບ​ງປັນ​ບົດຮຽນ​ໃນ​ວຽກ​ງານ, ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ 2 ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ. ບັນດາ​ຝ່າຍ​ຈະ​ພັດ​ປ່ຽນກັນຈັດ​ກອງ​ປະຊຸມ​ສຳ​ມະ​ນາ​​ເພື່ອ​ແກ້​ໄຂບັນດາ​ບັນຫາ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮ​ງສຳລັບ​ເດັກ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ວຽກ​ງານ​ນິຕິບັນຍັດ, ຕິດຕາມ​ກວດກາ ກໍ່​ຄື​ຍົກ​ສູງ​ຄວາມ​ສະມາດ​ໄຈ້​ແຍກ​ບັນຫາ​ເພດ… 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ