ສະມາຊິກສະພາແຫ່ງຊາດປາດຖະໜາຢາກໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ເສີມຂະຫຍາຍການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ

(VOVWORLD) - ບັນດາຜູ້ແທນໄດ້ຮັບການແນະນຳອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ລ້ວນແຕ່ແມ່ນຜູ້ມີປະສົບການ, ປະສົບຜົນສຳເລັດໃນໜ້າທີ່ການງານ, ດ້ວຍພື້ນຖານກ່ຽວກັບດ້ານທິດສະດີ ແລະ ມີຈິດໃຈມຸ່ງມາດປາດຖະໜານຳປະເທດຊາດພັດທະນາໃນໄລຍະຈະມາເຖິງ.

ກ່ຽວຂ້ອງເຖິງວຽກງານບຸກຄະລາກອນຂອງສະພາແຫ່ງຊາດຊຸດໃໝ່, ຢູ່ນອກກອງປະຊຸມສະພາແຫ່ງຊາດ, ຕອນເຊົ້າວັນທີ 30 ມີນາ, ບັນດາສະມາຊິກສະພາແຫ່ງຊາດມີຄວາມປາດຖະໜາຢາກໃຫ້ບັນດາການນຳຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ສືບຕໍ່ນຳພາປະເທດປະຕິບັດຄວາມຄາດຫວັງຂອງຊາດ “ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ”.

ສະມາຊິກສະພາແຫ່ງຊາດປາດຖະໜາຢາກໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ເສີມຂະຫຍາຍການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ - ảnh 1ສະມາຊິກສະພາແຫ່ງຊາດປາດຖະໜາຢາກໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ເສີມຂະຫຍາຍການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ. ພາບ: quochoi.vn

        ທ່ານ ເງາະຢຸຍຫຽວ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ: ບັນດາຜູ້ແທນໄດ້ຮັບການແນະນຳອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ລ້ວນແຕ່ແມ່ນຜູ້ມີປະສົບການ, ປະສົບຜົນສຳເລັດໃນໜ້າທີ່ການງານ, ດ້ວຍພື້ນຖານກ່ຽວກັບດ້ານທິດສະດີ ແລະ ມີຈິດໃຈມຸ່ງມາດປາດຖະໜານຳປະເທດຊາດພັດທະນາໃນໄລຍະຈະມາເຖິງ.

        ນອກຈາກບັນດາການນຳຫຼັກແຫຼ່ງຂອງລັດ, ສະພາແຫ່ງຊາດຈະເລືອກຕັ້ງຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ ແລະ ໃຫ້ສັດຕະຍາບັນການແຕ່ງຕັ້ງສະມາຊິກລັດຖະບານບາງທ່ານ, ຄາດຄະເນວ່າ ສະພາແຫ່ງຊາດຈະເລືອກຕັ້ງ 25 ຕຳແໜ່ງ. ທ່ານ ຟຸງດຶກຕ໊ຽນ ສະມາຊິກສະພາແຫ່ງຊາດແຂວງ ຮ່ານານ ຫວັງວ່າ:

        “ໂດຍໄດ້ປະຕິບັດງານໃນເວລາ 10 ປີ, ເປັນສະມາຊິກສະພາແຫ່ງຊາດ 2 ຊຸດ, ຂ້າພະເຈົ້າເຊື່ອໝັ້ນວ່າ ສະມາຊິກສະພາແຫ່ງຊາດຊຸດທີ XV ຈະດີເດັ່ນກ່ວາ ດ້ວຍຈິດໃຈເຮັດວຽກມີຢ່າງຄວາມຮັບຜິດຊອບ ແລະ ມີສະຕິປັນຍາ, ມີຄຸນນະທາດກ່ວາ, ມີສິ່ງຍອດຍິ່ງທາງດ້ານພູມປັນຍາຂອງສະພາແຫ່ງຊາດ ຫວຽດນາມ ໃນອາຍຸການ. ຂ້າພະເຈົ້າເຊື່ອໝັ້ນວ່າ ການນຳສະພາແຫ່ງຊາດຊຸດໃໝ່ ຈະສືບທອດມູນເຊື້ອຂອງສະພາແຫ່ງຊາດ ຫວຽດນາມ ໃນຫລາຍສິບປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ