ສະວິດເປີດສະຖານກົງສູນໃຫຍ່ປະຈຳນະຄອນໂຮ່ຈີມິນ

ສະວິດເປີດສະຖານກົງສູນໃຫຍ່ປະຈຳນະຄອນໂຮ່ຈີມິນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສະ​ວິດ Didier Burkhalter ​ແລະ
ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເຮື໋ອງ້ອກທ້ວນ
(ພາບ: Thanh Vu/TTXVN)

(vovworld) – ​​​ ຕອນ​ບ່າຍວັນ​ທີ 2/6, ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສະ​ວິດ Didier Burkhalter ​ແລະ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເຮື໋ອງ້ອກທ້ວນ ​ໄດ້ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ສະຖານກົງສູນ​ໃຫຍ່ສະ​ວິດ​ ປະຈຳ​ນະຄອນ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ສະ​ວິດ Didier Burkhalter ຢັ້ງຢືນ​ວ່າ: ການ​ເປີດ​​ສະຖານກົງສູນ​ໃຫຍ່​ສະ​ວິດ​ ປະຈຳນະຄອນ​ໂຮ່ຈີ​ມິນ, ​ຊຶ່ງແມ່ນ​ສູນກາງ​ເສດຖະກິດ​ຂອງ​ຫວຽດນາມ, ​​ໄດ້​ສະ​ແດງໃຫ້​ເຫັນ​ການ​ພັດທະນາ ​ແລະ ​ເປີດ​ກ້ວາງ​ຄວາມ​ສຳຄັນ​ໃນ​ການ​ພົວພັນ​ລະ​ຫວ່າງ​ 2 ປະ​ເທດ. ອົງການ​ຕາງໜ້າ​ໃໝ່​ຈະ​ຊຸກຍູ້​ການແລກປ່ຽນ​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ, ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສະ​ວິດ ​​ເຂົ້າ​ມາເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢູ່​ຫວຽດນາມ ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​​ຊີວິດການ​ປັນ​ຢູ່​ຂອງ​ປະຊາຊົນ. ສ່ວນ​ທ່ານ ເຮື໋ອງ້ອກທ້ວນ ກໍ່​ຢັ້ງຢືນ​ວ່າ: ນະຄອນ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ສະຖານກົງສູນ​ໃຫຍ່​ສະ​ວິດ ປະຈຳ​ນະຄອນ​ໂຮ່ຈີ​ມິນ ຊຸກຍູ້​ບັນດາ​​ແຜນການ, ​ໂຄງການ​ຮ່ວມ​ມື 2 ຝ່າ​ຍ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດນາມ - ສະ​ວິດ.

ຂ່າວ/ບົດ​ອື່ນ