ສະຫຼຸບ 6 ເດືອນແຫ່ງການປະຕິບັດ ວຽກງານຮັບປະກັນຄວາມປອດໄພທາງຄົມມະນາຄົມ

ສະຫຼຸບ 6 ເດືອນແຫ່ງການປະຕິບັດ ວຽກງານຮັບປະກັນຄວາມປອດໄພທາງຄົມມະນາຄົມ - ảnh 1
​ກອງ​ປະຊຸມສະຫຼຸ​ບວຽກ​ງານ​ຮັບປະກັນ​
ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ
( ພາບ: baomoi.com )


( vovworld ) -   ວັນ​ທີ 25/6, ຄະນະ​ກຳມະການຄວາມ​​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​​ຜ່ານ​ເຄື່ອ​ຂ່າ​ຍອີນ​ເຕ​ີແນ​ດກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ​ກ່ຽວ​ກັບ​ການ​ສະຫຼຸ​ບວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ 6 ​ເດືອນ​ຕົ້ນ​ປີ. ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​Nguyen Xuan Phuc ໄດ້​ຮຽກຮ້ອງ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນສ່ົງ ຈົ່ງ​ຮີບ​​ເຮັ່ງ​ປັບປຸງ​ບັນດາ​ແຜ​ນຮ່າງ​ຄື ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຈົດ​ທະບຽນ, ​ອອກໄບຂັບ​ຂີ່ຍານພາຫະ​ນະ, ​ພັດທະນາຍານພາຫະ​ນະ​ຂົນສົ່ງ​ສາທາລະນະ… ກະຊວງ​ຕຳຫຼວດ​ສຸມ​ໃສ່​ລະ​ດົມທຸກ​ແຫຼ່ງກຳລັງ ​ແລະ ພາຫະນະ​ເຕັກ​ນິກ, ປະຕິບັດ​ການ​ປັບ​ໃໝ​ລົງ​ໂທດບັນ​ດາ​ການກະທຳລະ​ເມີດ​ກົດໝາຍຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​​ແລະ ຄວາມປອດ​ໄພ​ທາງ​ຄົມມະນາຄົມຢ່າງ​ເຂັ້ມ​ງວດ ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​​ປັບປຸງ​​ເອກະສາ​ນ​ນິຕິ​ກຳ​ໃຫ້​ສຳ​ເລດເພື່ອ​ປະກາດ​ໃຊ້ ຫຼື ສະ​ເໜີ​ໃຫ້​ຂັ້ນ​ທີ​ມີ​ສິດອຳນາດ​ປະກາດ​ໃຊ້​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໂດ​ຍ​ໄວ, ​​ແນ​ໃສ່ປະຕິບັດມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກງານ​ຮັບປະກັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​​ແລະ ຄວາມປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ