ສະຫລຸບ30ປີແຫ່ງການປ່ຽນໃໝ່“ພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ”

ສະຫລຸບ30ປີແຫ່ງການປ່ຽນໃໝ່“ພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ” - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
(ພາບປະກອບ)

(vovworld) – ວັນ​ທີ 3/7, ຢູ່​ສຳນັກງານ​ສະ​ຖາ​ບັນ​ດິດວິທະຍາສາດ ສັງຄົມ ຫວຽດນາມ, ທ່ານ ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ສະມາຊິກ​ຄະນະ​ຊີ້​ນຳ​ການ​ສະຫລຸບ “ບາງ​ບັນດາ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ (1986 – 2016)”, ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ແລກປ່ຽນ​ກ່ຽວ​ກັບ​ໝາກຜົນ​ການ​ຄົ້ນ​ຄ້ວາ​ສະຫລຸບ “ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ”. ທ່ານ​ຮອງນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ວິວັດທະນາ​ກາ​ນຜັນ​ຂະຫຍາຍ​ການ​ຄົ້ນ​ຄ້ວາ​ສັງ​ລວມ, ສ້າງ​ບົດ​ລາຍ​ງານ​ແມ່ນ​ໄດ້​ລວບ​ລວມ, ສ່ອງ​ແສງ​ໝາກຜົນ​ການ​ຄົ້ນ​ຄ້ວາ, ການສະຫລຸບຂອງ​ບັນດາ​ອົງການ​, ຫົວໜ່ວຍ, ທ້ອງ​ຖີ່​ນ​ເຂົ້າ​ຮ່ວມ​ການ​ສະຫລຸບຢ່າງ​ຖືກຕ້ອງ, ຊີ້​ແຈ້ງ​ບັນດາ​ບັນຫາ​ທີ່​​ໄດ້​ຮັບ​ຄວາມ​​ເຫັນດີ​ເປັນເອກະ​ພາບ​ສູງ, ບັນດາ​ບັນຫາ​ທ່ີ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ບັນດາ​ບັນຫາ​ເກີດ​ໃໝ່​ຄວນ​ສືບ​ຕໍ່​ຄົ້ນ​ຄ້ວາ​ຊີ້​ແຈ້ງ.

        ກ່ຽວ​ກັບ​ບັນດາ​ຂໍ້ສະ​ເໜີ​ຕ້ອງ​ໄດ້​ຮັບ​ການແລກປ່ຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຄວນ​ຢືນຢັນ ​ແລະ ​ເຮັດ​ແຈ້ງກ່ວາ​ອີກ: ​ຮູ​ບ​ແບບ​ເສດຖະກິດ​ການ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ ກໍ່​ຄື​ບົດບາດ​ຕົ້ນ​ຕໍຂອງ​ເສດຖະກິດ​​ແຫ່ງ​ລັດ, ຢືນຢັນ​ເສດຖະກິດ​ພາກ​ເອກະ​ຊົນ​ແມ່ນ​ກຳລັງ​ໜູນ​ພັດທະນາ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ, ປະຕິບັດ​ການຈັດ​ແບ່ງ​ແລະ ນຳ​ໃຊ້​ແຫຼ່ງກຳລັງ​ຕາມ​ກົນ​ໄກ​ການ​ຕະຫຼາດ​ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ.


ຂ່າວ/ບົດ​ອື່ນ