ສະຫລຸບຂະບວນການແດງ 2019

(VOVWORLD) -  ຂະບວນການແດງ - 7 ປີທີ່ເຊື່ອມຕໍ່ ນັບແຕ່ປີ 2013 ມາຮອດປັດຈຸບັນແມ່ນໄດ້ຮັບເລືອດບໍລິຈາກທັງໝົດ 255.000 ຖົງ ນີ້ແມ່ນຜົນງານອັນໃຫຍ່ຫລວງທີ່ສາມາດປະຕິບັດໄດ້.

ຕອນເຊົ້າວັນທີ 27 ກໍລະກົດ, ທີ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໄດ້ດຳເນີນພິທີສະຫລຸ ຂະບວນການແດງ, ນີ້ແມ່ນລາຍການບໍລິຈາກເລືອດແຕ່ເໜືອຮອດໃຕ້ຂອງປະເທດ ຫວຽດນາມ ດ້ວຍຫົວຂໍ້ວ່າ ເຊື່ອມຕໍ່ສາຍເລືອດ ຫວຽດ. ການບໍລິຈາກເລືອດຄັ້ງທີ 7 ນີ້ໄດ້ຈັດຕັ້ງໃນລະຫວ່າງວັນທີ 11 ມິຖຸນາ - ວັນທີ 31 ກໍລະກົດ ແລະ ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ 39 ແຂວງ, ນະຄອນ.

ສະຫລຸບຂະບວນການແດງ 2019 - ảnh 1 (ພາບປະກອບ)

        7 ປີຜ່ານມາ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງໄດ້ຮັກສາການດຳເນີນລາຍການບໍລິຈາກເລືອດແຕ່ເໜືອຮອດໃຕ້ຂອງປະເທດ ຫວຽດນາມ ດ້ວຍຊື່ເອີ້ນວ່າ ຂະບວນການແດງ. ທ່ານປະລິນຍາເອກ ແບກກວັກແຄ໊ງ, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ທຸກຄົນທັງໝົດຢູ່ໃນເກນອາຍຸທີ່ມີສຸຂະພາບແຂງແຮງຈະໄປບໍລິຈາກເລືອດ. ຍ້ອນວ່າ ປີໜຶ່ງແຕ່ລະຄົນພຽງແຕ່ບໍລິຈາກເລືອດຄັ້ງໜຶ່ງເທົ່ານັ້ນ ພວກເຮົາກໍ່ຈະໄດ້ຮັບເລືອດບໍລິຈາກມັນເປັນພັນໆຖົງ ແລະ ຈະຮັບປະກັນຄວາມຕ້ອງການເລືອດເພື່ອຮັບໃຊ້ໃຫ້ແກ່ການປິ່ນປົວພະຍາດ.”

        ຂະບວນການແດງ - 7 ປີທີ່ເຊື່ອມຕໍ່ ນັບແຕ່ປີ 2013 ມາຮອດປັດຈຸບັນແມ່ນໄດ້ຮັບເລືອດບໍລິຈາກທັງໝົດ 255.000 ຖົງ ນີ້ແມ່ນຜົນງານອັນໃຫຍ່ຫລວງທີ່ສາມາດປະຕິບັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ