ສະຫະປະຊາຊາດ ວິຕົກວັງວົນຕໍ່ການຂາດສະບຽງອາຫານເພື່ອຊ່ວຍເຫຼືອໃຫ້ແກ່ຊາວລີ້ໄພອາບຟຣີກາ

(VOVWORLD) - ອົງການ WFP ກໍ່ໄດ້ຊີ້ແຈ້ງວ່າ, 75% ປະລິມານອາຫານທີ່ອົງການນີ້ສະຫງວນ ໃຫ້ແກ່ຊາວລີ້ໄພຢູ່ອາບຟຣີກາຕາເວັນອອກ ໄດ້ຫລຸດລົງ 50%
 
ສະຫະປະຊາຊາດ ວິຕົກວັງວົນຕໍ່ການຂາດສະບຽງອາຫານເພື່ອຊ່ວຍເຫຼືອໃຫ້ແກ່ຊາວລີ້ໄພອາບຟຣີກາ - ảnh 1ຊາວລີ້ໄພຈັດແຖວຖ້າແຈກຢາຍທັນຍາຫານທີ່ Baidoa, Somalia
(ພາບ: AFP/TTXVN)

ວັນທີ 19 ມິຖຸນາ, ໂຄງການສະບຽງອາຫານໂລກ (WFP) ຂອງ ສປຊ ໄດ້ກ່າວເຕືອນວ່າ ຊາວ ລີ້ໄພຈາກບັນດາປະເທດເຂດ ອາບຟຣີກາຕາເວັນອອກ ແລະ ອາບຟຣີກາ ຕາເວັນຕົກ ຈະຕ້ອງປະເຊີນໜ້າກັບເລື່ອງຂາດສະບຽງອາຫານຢ່າງໜັກໜ່ວງຍ້ອນຂາດບັນດາບ້ວງເງິນອຸປະຖຳ. ອົງການ WFP ກໍ່ໄດ້ຊີ້ແຈ້ງວ່າ, 75% ປະລິມານອາຫານທີ່ອົງການນີ້ສະຫງວນ ໃຫ້ແກ່ຊາວລີ້ໄພຢູ່ອາບຟຣີກາຕາເວັນອອກ ໄດ້ຫລຸດລົງ 50%, ໃນນັ້ນມີບັນດາປະເທດຄື: Ethiopia, Kenya, Sudan ໃຕ້ ແລະ Uganda ຖືກຜົນສະທ້ອນຢ່າງໜັກທີ່ສຸດ.

        ທ່ານ David Beasley, ຜູ້ອຳນວຍການບໍລິຫານອົງການ WFP ໃຫ້ຮູ້ວ່າ ອົງການນີ້ ຍາກທີ່ຈະຍົກອອກຄຳຕັດສິນນັ້ນແມ່ນຕ້ອງຫລຸດອັດຕາສະບຽງອາຫານທີ່ສະໜອງໃຫ້ແກ່ຊາວລີ້ໄພ ຢູ່ບັນດາເຂດດັ່ງກ່າວຍ້ອນແຫຼ່ງກຳລັງໃນປະຈຸບັນບໍ່ສາມາດຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານທີ່ພວມເພີ່ມຂຶ້ນໃນທົ່ວໂລກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ