ສະຫະປະຊາຊາດ ຮຽກຮ້ອງ Maroc ແລະ ແນວໂຮມ Polisario ເຊື່ອມຕໍ່ການເຈລະຈາການເມືອງຄືນໃໝ່

(VOVWORLD) - ກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນທີ 15 ພຶດສະພາ ພາຍຫຼັງການພົບປະກັບທ່ານ Ramtane Lammamra, ລັດຖະມົນຕີການຕ່າງປະເທດ Algeria ຢູ່ນະຄອນຫຼວງ Algeria, ທ່ານ Jean Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວຮັກສາສັນຕິພາບ ຢັ້ງຢືນຄວາມຫວັງຂອງທ່ານເລຂາທິການໃຫຍ່ Antonio Guterres, ນັ້ນແມ່ນ Maroc ແລະ ແນວໂຮມ Polisario ເຊື່ອມຕໍ່ວິວັດທະນາການເຈລະຈາການເມືອງຄືນໃໝ່. 

ທ່ານ Jean Pierre Lacroix ໃຫ້ຮູ້ວ່າ: ວຽກງານພວມໄດ້ຮັບການດຳເນີນຢ່າງລະອຽດ ແລະ ຕາມຂັ້ນຕອນ, ໃນນັ້ນມີການຟື້ນຟູພາລະບົດບາດຂອງຄະນະປະຕິບັດງານຂອງ ສປຊ ກ່ຽວກັບການຈັດຕັ້ງການລົງປະຊາມະຕິຢູ່ເຂດ ທາງທິດຕາເວັນຕົກ Sahara (MINURSO) ຢ່າງຄົບຖ້ວນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງ MINURSO ຢູ່ເຂດດິນແດນທີ່ກໍ່ຄວາມໂຕ້ຖຽງກັນ Guereguerat ເພື່ອແນໃສ່ເຊື່ອມຕໍ່ວິວັດທະນາການເຈລະຈາການເມືອງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ