ສະຫະປະຊາຊາດ ເນັ້ນໜັກວ່່າ ການເຈລະຈາ ແລະ ການຮ່ວມມື ແມ່ນປັດໄຈສໍາຄັນ ເພື່ອແກ້ໄຂວິກິດການຢູ່ ເວເນຊູເອລາ

(VOVWORLD) - ທ່ານນາງ Dicarlo ຊີ້ແຈ້ງວ່າ: “ພວກເຮົາຕ້ອງພະຍາຍາມຊ່ວຍນໍາມາເຊິ່ງມາດຕະການທາງການເມືອງ ເພື່ອໃຫ້ປະຊາຊົນ ເວເນຊູເອລາ ໄດ້ຮັບສັນຕິພາບ, ວັດທະນາຖາວອນ ແລະ ບັນດາສິດທິມະນຸດທັງໝົດ”.
ສະຫະປະຊາຊາດ ເນັ້ນໜັກວ່່າ ການເຈລະຈາ ແລະ ການຮ່ວມມື ແມ່ນປັດໄຈສໍາຄັນ ເພື່ອແກ້ໄຂວິກິດການຢູ່ ເວເນຊູເອລາ - ảnh 1

ພົນລະເມືອງນັບລ້ານໆຄົນລົງຖະໜົນສະໜັບສະໜູນທ່ານປະທານາທິບໍດີ Nicolas Maduro (ພາບ: AFP/TTXVN )

ວັນທີ 26 ມັງກອນ, ທ່ານນາງ Rosemary Dicarlo ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກບບັນດາບັນຫາການເມືອງ ແລະ ຮັກສາສັນຕິພາບ, ໄດ້ເນັ້ນໜັກວ່າ ການເຈລະຈາ ແລະ ການຮ່ວມມື ແມ່ນປັດໄຈທີ່ມີຄວາມສໍາຄັນທີ່ສຸດ ເພື່ອຢຸດຕິວິກິດການ ຢູ່ ເວເນຊູເອລາ. ກ່າວຄໍາເຫັນທີ່ກອງປະຊຸມດ່ວນ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບສະພາບການຢູ່ເວເນຊູເອລາ, ທ່ານນາງ Dicarlo ຊີ້ແຈ້ງວ່າ: “ພວກເຮົາຕ້ອງພະຍາຍາມຊ່ວຍນໍາມາເຊິ່ງມາດຕະການທາງການເມືອງ ເພື່ອໃຫ້ປະຊາຊົນ ເວເນຊູເອລາ ໄດ້ຮັບສັນຕິພາບ, ວັດທະນາຖາວອນ ແລະ ບັນດາສິດທິມະນຸດທັງໝົດ”.

         ກອງປະຊຸມດ່ວນຂອງ ສປຊ ກໍໄດ້ເຫັນປະຈັກຕາການສູ້ຢັນກັນໃນທັດສະນະລະຫວ່າງ ອາເມລິກາ ແລະ ລັດເຊຍ ກ່ຽວກັບ ສະພາບການຢູ່ ເວເນຊູເອລາ. ໃນເມື່ອທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຮຽກຮ້ອງໃຫ້ ສປຊ ຮັບຮອງເອົາທ່ານ Joan Guaido, ຫົວໜ້າຝ່າຍຄ້ານ ເປັນ “ປະທານາທິບໍດີຊົ່ວຄາວ” ຂອງ ເວເນຊູເອລາ, ສ່ວນທ່ານ Vassily Nebenzia ເອກອັກຄະລັດຖະທູດລັດເຊຍປະຈໍາ ສປຊ ກ່າວເຕືອນວ່າ ບັນດາຄໍານາບຂູ່ນໍາໃຊ້ຄວາມຮຸນແຮງຕ້ານຄືນ ເວເນຊູເອລາ ຈະເຮັດໃຫ້ສະພາບການດັ່ງກ່າວ ຮ້າຍແຮງຂຶ້ນຕື່ມ. ທ່ານ Nebenzia ກ່າວຫາ ອາເມລິກາ ພວມຊອກຫາວິທີກໍ່ລັດຖະປະຫານ ຢູ່ ເວເນຊູເອລາ ແລະ ຖືວ່າ ບັນດາການກະທໍາຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງ ສະພາບການຢູ່ ເວເນຊູເອລາ ແມ່ນລະເມີດບັນດາຂໍ້ກໍານົດຂອງກົດໝາຍສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ