ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດ

(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ ຢືນຢັນວ່າ  “ບໍ່ມີໃຜຈະສາມາດປະຕິເສດຄວາມຈິງທີ່ໂລກ ພວມປະເຊີນໜ້າກັບສະພາວະສຸກເສີນ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງໃນມື້ນີ້ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາການນຳໃນທົ່ວໂລກ ຈົ່ງປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດຢູ່ປະເທດຂອງຕົນຈົນກວ່າທີ່ບັນລຸເປົ້າໝາຍທີ່ໄດ້ວາງອອກ”
ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ

ກ່າວຄຳເຫັນໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດທີ່ຈັດຂຶ້ນຕາມຮູບການອອນລາຍເມື່ອວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ ຢືນຢັນວ່າ  “ບໍ່ມີໃຜຈະສາມາດປະຕິເສດຄວາມຈິງທີ່ໂລກ ພວມປະເຊີນໜ້າກັບສະພາວະສຸກເສີນ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງໃນມື້ນີ້ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາການນຳໃນທົ່ວໂລກ ຈົ່ງປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດຢູ່ປະເທດຂອງຕົນຈົນກວ່າທີ່ບັນລຸເປົ້າໝາຍທີ່ໄດ້ວາງອອກ”. ຕາມທ່ານເລຂາທິການໃຫ່ຍ ກູເຕີແລັດແລ້ວ, ບັນດາບ້ວງເງິນຟື້ນຟູເສດຖະກິດໄດ້ຖືກຍົກອອກມາໃນສະພາບການໂລກລະບາດໂຄວິດ - 19 ພວມຄຸກຄາມທົ່ວໂລກ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດຍູ້ໄວ ຂະບວນວິວັດແຫ່ງການຫັນປ່ຽນສູ່ອະນາຄົດ ທີ່ມີປະລິມານກາກບອນຕ່ຳ. ເຖິງຢ່າງໃດກໍ່ຕາມທ່ານໄດ້ກ່າວເຕືອນຂະບວນວິວັດທີ່ໄດ້ເກີດຂຶ້ນບໍ່ໄວພຽງພໍ. ການນຳສະຫະປະຊາຊາດໄດ້ຊີ້ແຈ້ງວ່າ ມາຮອດປັດຈຸບັນມີກວ່າ 50% ບ້ວງເງິນກະຕຸ້ນແລະຊ່ວຍກູ້ພື້ນຖານເສດຖະກິດ ຂອງບັນດາປະເທດພາຄີໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ກໍ່ພົ້ນເດັ່ນຂຶ້ນແຖວໜ້າໃນໂລກ (G20) ແມ່ນຈ່າຍໃຫ້ແກ່ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການຂຸດຄົ້ນແລະ ຈຳໜ່າຍພະລັງງານນ້ຳມັນອາຍແກັດ, ຖ່ານຫີນແທນທີ່ພະລັງງານທີ່ມີກາກບອນຕ່ຳ. ຕາມທ່ານແລ້ວ, ສິ່ງນີ້ ບໍ່ອາດຮັບຮູ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ