ສະຫະປະຊາຊາດຍົກສູງບົດບາດຂອງຊາວໜຸ່ມໃນການສ້າງສັນຕິພາບ,ສະກັດກັ້ນແລະແກ້ໄຂການປະທະກັນ

ສະຫະປະຊາຊາດຍົກສູງບົດບາດຂອງຊາວໜຸ່ມໃນການສ້າງສັນຕິພາບ,ສະກັດກັ້ນແລະແກ້ໄຂການປະທະກັນ - ảnh 1
(ພາບ​ປະ​ກອບ)

(vovworld) - ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ ຫາ​ກໍ​ຮັບ​ຮອງ​ເອົ​າ​ມະ​ຕິ​ກະ​ຕຸກ​ຊ​ຸກ​ຍູ້​​​ຊາວ​ໜຸ່ມ ແລະ ແມ່​ຍິງ ເພີ່ມ​ທະ​ວີ​​ເຂົ້າ​ຮ່ວມ​ການ​ສະ​ກັດ​ກັ້ນ ແລະ ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ. ມະ​ຕິນ​ີ້​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ ໃນ​ສະ​ພາບ​ທີ່​ນັບ​ມື້​ນັບ​ມີ​ຊາວໜຸ່ມ​ຫຼາຍ​ຄົນ​ມີບັນ​ດາ​ການ​ກະ​ທຳ​​​ໃຊ້​ຄວາມ​ຮຸນ​ແຮງ, ເປັນ​ເຄື່ອງ​ມື​ໃຫ້​ລັດ​ທິ​ກໍ່​ການ​ຮ້າຍ. ມະ​ຕິ​ໄດ້​ກຳ​ນົດ​ບັນ​ດາ​ອົງ​ການ​ຂອງ​​ຊາວ​ໜຸ່ມ ແລະ ໂດຍ​​ຊາວໜຸ່ມ​ຊີ້​ນຳ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ໂລກ ແນ​ໃສ່​ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ, ​ໃຊ້​ຄວາ​ມ​ຮຸ​ນ​ແຮງ ແລະ ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ຢ່າງ​ຍາວ​ນານ. ມະ​ຕິກໍ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ​ະ​ຫະ​ປະ​ຊາ​ຊາດ ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຂອງ​ຊາວ​ໜ​ຸ່ມ​ໃນ​ວິ​ວັດ​ການ​ອອກ​ລັດ​ຖະ​ນະ​ໂຍ​ບາຍ​ຢູ່​ທ້ອງ​ຖິ່ນ, ​ປະ​ເທດ, ພາກ​ພື້​ນ ກໍ​ຄື​​ໃນບັນ​ດາ​​ອົງ​ການສາ​ກົນ ແລະ ກົນ​ໄກສະ​ກັດ​ກັ້ນ, ແກ້​ໄຂ​ການ​ປະ​ທ​ະ​ກັນ…

ຂ່າວ/ບົດ​ອື່ນ