ສະຫະປະຊາຊາດປະກາດສະພາວະສຸກເສີນສູງສຸດຢູ່Yemen

ສະຫະປະຊາຊາດປະກາດສະພາວະສຸກເສີນສູງສຸດຢູ່Yemen - ảnh 1
(ພາບປະກອບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) – ວັນ​ທີ 1/7, ສະຫະ​ປະຊາ​ຊາດ (ສປຊ ) ​ໄດ້​ປະກາດ​ສະພາວະສຸ​ກ​ເສີນ​ລະດັບ 3 ​ໃນ 6 ​ເດືອນ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ລະດັບ 3 ​ຢູ່​ Yemen, ​ເຊິ່ງ​ແມ່ນ​ລະດັບ​ກ່າວ​ເຕື່ອນສູງ​ສຸດ​ຂອງ​ອົງການ​ນີ້, ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ແຫຼ່ງຊ່ວຍ​ເຫຼືອ​ສາກົນ​ທີ່​ສະຫງວນ​ໃຫ້​ປະ​ເທດ​ນີ້. ​ໃນ​​ແຈ້ງການ, ​ໂຄສົກ ສປຊ Farhan Haq ​ໄດ້​ກ່າວ​ເຕື່ອນວ່າ:​ ມີ​ພົນລະ​ເມືອງ​ກ່ວາ 21 ລ້ານ​ຄົນ,​ ເທົ່າ​ກັບ 80% ພົນລະ​ເມືອງ Yemen ພວມ​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ຕາມ​ແຜນການ​ຮີບ​ດ່ວນ​ແລ້ວ, ສປຊ ຈະ​ຊອກ​ຫາ​ທຸກ​ວິທີ​ເພື່ອໜູນ​ຊ່ວຍ​ໃຫ້ປະຊາຊົນ ​11,7 ລ້ານ​ຄົນທີ່​ພວມ​ຕ້ອງ​ຮັບ​ການ​ຊ່ວຍ​ເຫຼືອ​.

ຂ່າວ/ບົດ​ອື່ນ