ສະຫະປະຊາຊາດພ້ອມແລ້ວທີ່ຈະຫນູນຊ່ວຍ ຫວຽດນາມຮັບມືກັບສິ່ງທ້າທາຍໃຫມ່

(VOVWORLD) -ບຸລິມະສິດຂອງ ສປຊ ໄລຍະຈະມາເຖິງ ແມ່ນຫນູນຊ່ວຍລັດຖະບານ ຫວຽດນາມປະຕິບັດຄຳໝັ້ນສັນຍາສຳລັບ SDG ຢ່າງມີສິດທິຜົນທີ່ສຸດ
ສະຫະປະຊາຊາດພ້ອມແລ້ວທີ່ຈະຫນູນຊ່ວຍ ຫວຽດນາມຮັບມືກັບສິ່ງທ້າທາຍໃຫມ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ  Pauline Tamesis ຜູ້ປະສານງານ ປະຈຳ ຂອງ ສປຊ ຢູ່ ຫວຽດນາມ.  (ພາບ: TTXVN)

ວັນທີ 11 ສິງຫາ, ທ່ານ ຫງວຽນຈິຢູງ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ພ້ອມກັບ ທ່ານນາງ  Pauline Tamesis ຜູ້ປະສານງານ ປະຈຳ ຂອງ ສປຊ ຢູ່ ຫວຽດນາມ  ໄດ້ລົງນາມເອກະສານແຜນຍຸດທະສາດການຮ່ວມມືພັດທະນາແບບຍືນຍົງ ໄລຍະ 2022 – 2026 ລະຫວ່າງ ລັດຖະບານ ຫວຽດນາມ ແລະ ບັນດາອົງການປະຈຳ, ບໍ່ປະຈຳ ຂອງ ສປຊ ຢູ່ ຫວຽດນາມ. ເນື້ອໃນຫລັກຂອງແຜນຍຸດທະສາດດັ່ງກ່າວລວມມີ: ການພັດທະນາສັງຄົມກວມລວມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕ້ານໄພທຳມະຊາດ ແລະ ສິ່ງແວດລ້ອມຍືນຍົງ…. ຕາມນັ້ນແລ້ວ, ສປຊ ພ້ອມແລ້ວຈະຫນູນຊ່ວຍຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການພັດທະນາຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.

ຕອບສຳພາດຕໍ່ນັກຂ່າວ, ທ່ານນາງ Pauline Tamesis ໃຫ້ຮູ້ວ່າ: ບຸລິມະສິດຂອງ ສປຊ ໄລຍະຈະມາເຖິງ ແມ່ນຫນູນຊ່ວຍລັດຖະບານ ຫວຽດນາມປະຕິບັດຄຳໝັ້ນສັນຍາສຳລັບ SDG ຢ່າງມີສິດທິຜົນທີ່ສຸດ, ການປົກປ້ອງມະນຸດ, ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງຊາຍ ແລະການມອບສິດໃຫ້ແມ່ຍິງ. ທ່ານນາງ Pauline Tamesis ຕີລາຄາສູງຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ພັດທະນາແບບຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນ ນະໂຍບາຍໄດ້ປະກາດໃຊ້ລ້ວນແຕ່ແມ່ນຖືປະຊາຊົນເປັນໃຈກາງ, ບັນດານະໂຍບາຍປົກປ້ອງ ແລະຮັບປະກັນໃຫ້ຜູ້ມີຄວາມສ່ຽງບໍ່ໃຫ້ເຂົາເຈົ້າຖືກປະໄວ້ຢູ່ທາງຫລັງ ຊື່ງສະແດງອອກດ້ວຍການລົງທຶນຂອງລັດຖະບານ ໃນບັນດາຂົງເຂດພັດທະນາເສດຖະກິດ ສັງຄົມ.  

ຕອບກັບ

ຂ່າວ/ບົດ​ອື່ນ