ສະຫະປະຊາຊາດສະເຫຼີມສະເຫຼີມວັນບຸນວິສາຂະບູຊາສາກົນ


ສະຫະປະຊາຊາດສະເຫຼີມສະເຫຼີມວັນບຸນວິສາຂະບູຊາສາກົນ  - ảnh 1
ສະ​ຫະ​ປະ​ຊາ​ຊາດໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ເຫຼີມ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ສາ​ກົນ

(vovworld)- ຕອນ​ເຊົ້າ​ວັນ​ທີ 21/5, ຕາມ​ເວ​ລາ​ຫວຽດ​ນາມ, ສະ​ຫະ​ປະ​ຊາ​ຊາດໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ເຫຼີມ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ສາ​ກົນ VESAK . ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ ສະ​ຫະ​ປະ​ຊາ​ຊາດ​ນັບ​ຕັ້ງ​ແຕ່​ປີ 1999 ຂະ​ນະ​ທີ່​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ 54/115 ກ່ຽວ​ກັບການ ສະ​ເຫຼີມ​ສະ​ເຫຼີມ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ສາ​ກົນ VESAK ໃນ​ແຕ່​ລະ​ປີ ແນ​ໃສ່​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ສາ​ສະ​ໜາ​ພຸດ.

     ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ເຟືອງ​ງາ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ : ພິ​ທີສະ​ເຫຼີມ​ສະ​ເຫຼີມ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ສາ​ກົນ VESAK ກໍ​ແມ່ນ​ໂອ​ກາດ​ເພື່ອ​ສົນ​ທະ​ນາ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ໃນ​ໂລກ ແລະ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ, ປະ​ຊາ​ຄົມ​ສາ​ສະ​ໜາ​ຈົ່ງ​ສາ​ມັກ​ຄີ​ກັນເພື່ອ​ໂລກ​ສັນ​ຕິ​ພາບ, ຜາ​ສຸກ ແລະ ປອງດອງ.
ຂ່າວ/ບົດ​ອື່ນ