ສະຫະປະຊາຊາດໄດ້ວາດພາບເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ແມ່ນເຫດການ “ຮ້າຍແຮງທີ່ສຸດໃນຮອບເວລາ 100 ປີ” ຜ່ານມາ

(VOVWORLD) -ຖ້ຽວບິນຂອງຜູ້ນຳໜ້າ WHO ໄປເຖິງ ຊີຣີ ກໍ່ຂົນສົ່ງອຸປະກອນການແພດສຸກເສີນ 37 ລ້ານໂຕນ.

ກ່າວຄຳເຫັນທີ່ການຖະແຫລງຂ່າວຢູ່ແຂວງ Kahramanmaras ຂອງ ຕວັກກີ ໃນວັນທີ 11 ກຸມພາ, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຮັບຜິດຊອບບັນຫາມະນຸດສະທຳ Martin Griffiths ໄດ້ວາດພາບເຫດແຜ່ນດິນໄຫວຮ້າຍແຮງເກີດຂຶ້ນໃນວັນທີ 06 ກຸມພາ ຢູ່ທາງພາກໃຕ້ ຕວັກກີ ແລະ ທິດຕາເວັນຕົກສ່ຽງເໜືອ ຊີຣີ ແມ່ນເຫດການ “ຮ້າຍແຮງທີ່ສຸດໃນຮອບເວລາ 100 ປີຜ່ານມາຢູ່ເຂດນີ້”. ທ່ານສະແດງຄວາມຫວັງວ່າ ການອຸປະຖຳຢູ່ ຊີຣີ ຈະມາຮອດທຸກເຂດໂດຍລັດຖະບານ ແລະ ຝ່າຍຄ້ານຄວບຄຸມ.

ໃນວັນດຽວກັນ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ມາຮອດນະຄອນ Aleppo ທີ່ເຫດແຜ່ນດິນໄຫວໄດ້ທຳລາຍຢູ່ ຊີຣີ ເພື່ອຢື້ຢາມຖາມຂ່າວຢູ່ໂຮງໝໍບາງແຫ່ງ ແລະ ເຂດຫຼົບໄພຂອງປະຊາຊົນ. ຖ້ຽວບິນຂອງຜູ້ນຳໜ້າ WHO ໄປເຖິງ ຊີຣີ ກໍ່ຂົນສົ່ງອຸປະກອນການແພດສຸກເສີນ 37 ລ້ານໂຕນ.

ຕາມຕົວເລກອັບເດັດຮອດເວລາ 1 ໂມງຂອງວັນທີ 12 ກຸມພາ (ຕາມເວລາ UTC), ຈຳນວນຜູ້ເສຍຊີວິດໃນໄພພິບັດແຜ່ນດິນໄຫວຢູ່ ຕວັກກີ ແລະ ຊີຣີ ແມ່ນຫຼາຍກວ່າຕົວເລກ 28.000 ຄົນແລ້ວ.

ກ່າວປາໄສໃນການໄປຢ້ຽມຢາມເຂດເກີດເຫດແຜ່ນດິນໄຫວໃນວັນທີ 11 ກຸມພາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ, ໃນ 2-3 ອາທິດຈະມາເຖິງ, ປະເທດນີ້ຈະເລີ່ມເຄື່ອນໄຫວການກໍ່ສ້າງຕຶກອາຄານນັບພັນຫຼັງຖືກເປເພຍ້ອນເຫດແຜ່ນດິນໄຫວຢູ່ທົ່ວທາງພາກໃຕ້ ຕວັກກີ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ