ສະ​ຫະ​ພັນ ລັດ​ເຊຍ ​ຖືກຳ​ລັງ​ນາບ​ຂູ່ ​ໃນ​ສະ​ພາບ​ການ​ກ່າວ​ເຕືອນ​ຢູ່​ລະ​ດັບ​ສູງ

(VOVWORLD) - ຕາມທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລ້ວ, ຂໍ້ຕົກລົງໄດ້ຍົກອອກມາໃນສະພາບການບັນດາປະເທດຝ່າຍຕາເວັນຕົກ ມີບັນດາບາດກ້າວທີ່ບໍ່ມີເຈດຕະນາດີ ແນໃສ່ລັດເຊຍ.
ສະ​ຫະ​ພັນ ລັດ​ເຊຍ ​ຖືກຳ​ລັງ​ນາບ​ຂູ່ ​ໃນ​ສະ​ພາບ​ການ​ກ່າວ​ເຕືອນ​ຢູ່​ລະ​ດັບ​ສູງ - ảnh 1ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: Reuters)

ວັນທີ 27 ກຸມພາ ວິທະຍຸກະຈາຍສຽງ RT ຂອງລັດເຊຍ ໄດ້ລົງຂ່າວວ່າ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ທຸກ “ກຳລັງນາບຂູ່” ຂອງປະເທດນີ້ ຢູ່ໃນສະພາບການກ່າວເຕືອນຢູ່ລະດັບສູງທີ່ສຸດ, ໃນນັ້ນ ມີກຳລັງນາບຂູ່ດ້ານນິວເຄຼຍ. ຕາມທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລ້ວ, ຂໍ້ຕົກລົງໄດ້ຍົກອອກມາໃນສະພາບການບັນດາປະເທດຝ່າຍຕາເວັນຕົກ ມີບັນດາບາດກ້າວທີ່ບໍ່ມີເຈດຕະນາດີ ແນໃສ່ລັດເຊຍ.

ຖະແຫຼງການຂອງທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກມາໃນສະພາບການທີ່ບັນດາປະເທດ ເອີລົບ ໃນວັນທີ 27 ກຸມພາ ໄດ້ຕັດສິນປິດປະຕູທາງອາກາດດ້ວຍເຮືອບິນ ແລະ ບັນດາບໍລິສັດການບິນຂອງ ລັດເຊຍ. ບັນດາປະເທດ ໃນສະຫະພາບ ເອີລົບ (EU) ກໍ່ຄາດວ່າ ຈະຮັບຮອງເອົາບັນດາມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ, ພ້ອມທັງປຶກສາຫາລືກ່ຽວກັບການໜູນຊ່ວຍດ້ານອາວຸດ ແລະ ເຊື້ອເຟີງໃຫ້ແກ່ ຢູແກຼນ. ໃນວັນດຽວກັນ, ບັນດາການນຳກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ກໍ່ອອກຖະແຫຼງການວ່າ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ຕັດສິນປັດໄຂ່ “ບາງທະນາຄານຂອງ ລັດເຊຍ” ອອກຈາກລະບົບຊຳລະທົ່ວໂລກ SWIFT.

ຕອບກັບ

ຂ່າວ/ບົດ​ອື່ນ