ສະຫະພັນທະນາຍຄວາມ ຫວຽດນາມກ່າວປະນາມ ເລື່ອງຈີນລະເມີດ ອະທິປະໄຕຫວຽດນາມ


ສະຫະພັນທະນາຍຄວາມ ຫວຽດນາມກ່າວປະນາມ ເລື່ອງຈີນລະເມີດ ອະທິປະໄຕຫວຽດນາມ - ảnh 1

(ພາບ: http://tuoitre.vn)

 (vovworld)- ຕອນ​ບ່າ​ຍວັນ​ທີ 11/5, ຄະນະ​ປະຈຳສະຫະພັນ​ທະນາຍຄວາມ​ຫວຽດນາມ ​ໄດ້​ຈັດ​ວາລະ​ປະຊຸມ​ເປີດ​ກ້ວາງ​ວິສາມັນ, ​ເປັນ​ເອກ​ພາບ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ​ ທີ່ລະ​ເມີດ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະຫະພັນ​ທະນາຍຄວາມ​ຫວຽດນາມ ຮຽກຮ້ອງ​ໃຫ້​ລັດຖະບານຈີນ ຈົ່ງຢຸດຕິ​ບັນດາ​ການ​ກະທຳລະ​ເມີດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ຖອນ​ຮ້ານ​ເຈາະນ້ຳມັນ ​ແລະ ບັນດາກຳ​ປັ່ນ​ປະກອບ​ອາວຸດ, ກຳ​ປັ່ນ​ທະຫານ​ອອກ​ຈາກ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບຂອງ​ຫວຽດນາມ​, ບໍ່​​ໄດ້ມີ​ການ​ກະທຳ​ຄື​ດັ່ງກ່າວ​ໃນ​ອະນາ​ຄົດ. ສະຫະພັນ​ທະນາຍຄວາມ​ຫວຽດນາມ ​ແລະ ວົງ​ການ​ນັກ​ທະນາຍຄວາມ​ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ບັນດາ​ພື້ນຖານ​ນິຕິ​ກຳ​ໃຫ້​ລັດຖະບານ ​ແລະ ​ໃນ​ບັນດາ​ການ​ກະທຳ​ນິຕິ​ກຳ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ./.


ຂ່າວ/ບົດ​ອື່ນ