ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ-ສະມາຄົມມິດຕະພາບແລະຮ່ວມມືວັດທະນະທຳອິນເດຍເຊັນບົດບັນທຶກຊ່ວຍຈຳ

(VOVWORLD) - ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນອິນເດຍ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ… ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ແລະ ຮ່ວມມືວັດທະນະທຳອິນເດຍ ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືໃນໄລຍະ 2017 – 2020.
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ-ສະມາຄົມມິດຕະພາບແລະຮ່ວມມືວັດທະນະທຳອິນເດຍເຊັນບົດບັນທຶກຊ່ວຍຈຳ - ảnh 1 (ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມື)

ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີສົມທົບກັນຈັດຕັ້ງບັນດາວັນບຸນໃຫຍ່ຂອງປະຊາຊົນ 2 ປະເທດ ດ້ວຍຫຼາຍຮູບຫຼາຍແບບ ແລະ ມີເນື້ອໃນທີ່ອຸດົມສົມບຸນ, ສະເໜີຕໍ່ລັດຖະບານ 2 ປະເທດ ມອບບັນດານາມມະຍົດອັນສູງສົ່ງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງປະຊາຊົນ 2 ປະເທດ, ພ້ອມກັນນັ້ນແມ່ນເພີ່ມທະວີການສົມທົບກັນຈັດຕັ້ງບັນດາກອງປະຊຸມສຳມະນາ, ເວທີປາໄສ, ງານຕະຫຼາດນັດ… ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເລຂາທິການໃຫຍ່ສະມາຄົມມິດຕະພາບແລະຮ່ວມມືວັດທະນະທຳອິນເດຍ Padhihari Bijay Kimar ເນັ້ນໜັກວ່າ.

        “ບົດບັນທຶກຊ່ວຍຈຳນີ້ແມ່ນໄລຍະທາງຍາວນານ ເຊິ່ງເຮັດໃຫ້ການພົວພັນໃນອະດີດຕະການເລິກເຊິ່ງຂຶ້ນຕື່ມ ແລະ ເຮັດໃຫ້ການພົວພັນໃນປະຈຸບັນລະຫວ່າງ ຫວຽດນາມ ແລະ ອິນເດຍ ອຸດົມສົມບຸນຂຶ້ນຕື່ມ. ພວກຂ້າພະເຈົ້າຢືນຢັນຄຳໝັ້ນສັນຍາວ່າ ຍາມໃດກໍ່ຢືນຢູ່ຄຽງຂ້າງປະຊາຊົນຫວຽດນາມ ໃນບໍ່ວ່າສະພາບການໃດ ໃນອະນາຄົດ ເພື່ອປະກອບສ່ວນຢ່າງເໝາະສົມໃຫ້ນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ”.

ຕອບກັບ

ຂ່າວ/ບົດ​ອື່ນ